Breaking News

ຜົນສຳເລັດກໍລະນີທຳອິດຂອງການຜ່າຕັດໃສ້ຕີ່ງອັກເສບໃນຄົນເຈັບຕິດເຊື້ອໂຄວິດ_19

ຜົນສຳເລັດກໍລະນີທຳອິດຂອງການຜ່າຕັດໃສ້ຕີ່ງອັກເສບໃນຄົນເຈັບຕິດເຊື້ອໂຄວິດ_19

ໃນວັນທີ 27ພະຈິກ 2021 ສູນຄຸ້ມຄອງກໍລະນີໂຄວິດ-19 ໂຮງໝໍເມືອງໂພນທອງໃດ້ ທຳການຜ່າຕັດໃສ້ຕີ່ງອັກເສບໃນ ຄົນເຈັບເພດຊາຍ ອາຍຸ 49ປີ ເຊີ່ງແມ່ນຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ເປັນກໍລະນີທຳອິດຂອງສູນໂພນທອງເຊີ່ງຜົນຂອງການຜ່າຕັດດຳເນີນໃປດ້ວຍດີ ຄົນເຈັບປອດໄພ

👉ເນື່ອງຈາກສະພາບການລະບາດຂອງໂຄວິດ-19 ເພີ່ມຂື້ນຫລາຍໃນແຂວງຈຳປາສັກດັ່ງນັ້ນຄວາມສາມາດທີ່ຈະເກິດໃສ້ຕີ່ງອັກເສບ ຫລື ພະຍາດຜ່າຕັດອື່ນໆ ກໍຫຼາຍຂື້ນ #ຖ້າຕິດເຊື້ອໂຄວິດ19ໃດ້ທຳຜ່າຕັດຈະມີຄວາມສຽງສູງໃນການວາງຢາສະຫລົບ_ໂດຍສະເພາະກໍລະນີທີ່ມີອັກເສບປອດຮ່ວມນຳ

👉ດັ່ງນັ້ນຈີ່ງຂໍຄວາມຮ່ວມມືນຳພໍ່ແມ່ພີ່ນ້ອງປະຊາຊົນ ໃຫ້ຮັກສາໄລຍະຫ່າງ ໝັ່ນລ້າງມື, ໃສ່ຜ້າປິດປາກປິດດັງຕະຫຼອດ ແລະ ດີທີ່ສຸດບໍ່ໃຫ້ກີນເຂົ້າຮ່ວມກັບຄົນອື່ນຈີ່ງຈະເຮັດໃຫ້ພວກເຮົາຮ່າງໄກຈາກໂຄວິດ-19

ຫົວຫນ້າສູນໂພນທອງ ດຣ ສຸພັດຕາ ຈຸນລະພົນ

ທີມໝໍຜ່າຕັດ ດຣ ພົດຈະນາ ຈັນທະລັງສີ, ດຣ ສຳລິດ ອີນທະກຸມມານ

ທີມວາງຢາສະຫຼົບ ດຣ ນົກອິດ ສຳພະວົງ, ພບ ຕ່າຍນ້ອຍ ສາມາເລີດ

*ທີມສົ່ງເຄື່ອງມື ພບ ອຳໄພວັນ ແສງສີ, ພບ ໜູໄຜ່ ຊະຕະກຸນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.