ທ່ານຫມໍ ພອນປະເສີດ ໄຊຍະມຸງຄຸນ ລາຍງານກ່ຽວກັບສະພາບການພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ COVID-19 ປະຈໍາວັນ ວັນທີ 28 ພະຈິກ 2021
ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ່ມຂຶ້ນໃນແຕລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID 19 ທັງຫມົດ 7.123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1.195 ຄົນ (ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 %) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ
ພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 71.518 ຄົນ, ( ພາຍໃນ 57.390 ຄົນ, ຕ່າງປະເທດ 14.128 ຄົນ, ເສຍຊີວິດສະສົມ 159 ຄົນ (ໃຫມ່ 05), ປິ່ນປົວຫາຍດີໃນມື້ວານນີ້ 713 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 11,513 ຄົນ (ນັ້ນກໍ່ຫມາຍຄວາມວ່າ ໃນຈໍານວນຕິດເຊື້ອສະສົມ 71.518 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 59.846 ຄົນ)
WHO ພົບໂຄວິດກາຍພັນໃໝ່ ຊື່ເອີ້ນທົ່ວໄປວ່າ Omicron ກະຈາຍເຊື້ອໄດ້ໄວກວ່າສາຍພັນອື່ນ ເຖິງ 500% ດຣ ພອນປະເສດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວວັນທີ 24 ພະຈິກ 2021 ວ່າ:
ໃນມື້ຜ່ານມາ ຄະນະສະເພາະກິດໄດ້ແຈ້ງໃຫ້ທ່ານຊາບວ່າປະຈຸບັນ ອົງການອະນາໄມໂລກ ໄດ້ລາຍງານວ່າພົບເຊື້ອໂຄວິດກາຍພັນຊະນິດໃໝ່ໃນປະເທດອາຟຣິກກາໃຕ້ ທີ່ມີຊື່ວິທະຍາສາດ B1.1.529 ຫຼື ມີຊື່ເອີ້ນທົ່ວໄປວ່າ Omicron (ໂອມີຄຣອນ).
ນີ້ເປັນສາຍພັນທີ 5 ທີ່ອົງການອະນາໄມໂລກ ປະກາດຍົກລະດັບໃຫ້ເປັນເຊື້ອໄວຣັດທີ່ໜ້າກັງວົນ, ເຊື້ອສາຍພັນນີ້ ໄດ້ຖືກລາຍງານ ໃນວັນທີ 24 ພະຈິກ 2021 ໝາຍວ່າ ພາຍຫຼັງ 6 ເດືອນ ທີ່ໄດ້ຄົ້ນພົບສາຍພັນເດວຕາ ທີ່ເປັນໜື່ງໃນ 5 ເຊື້ອໄວຣັດທີ່ໜ້າກັງວົນ.
ມາເຖິງມື້ນີ້ ມີລາຍງານຄົນທີ່ຕິດເຊື້ອຊະນິດນີ້ທັງໝົດ ມີ 84 ຄົນ, ໃນນັ້ນ 2 ຄົນ ຖືກຄົ້ນພົບທີ່ ຮົງກົງ ຈາກຜູ້ເດີນທາງມາຈາກປະເທດອາຟຣິກກາໃຕ້. ໂດຍສ່ວນໃຫຍ່ຜູ້ຕິດເຊື້ອບໍ່ໄດ້ສັກວັກຊິນ.
ສປປ ລາວ ວາງ 4 ມາດຕະການ ເຝົ້າລະວັງໂຄວິດສາຍພັນໃໝ່ Omicron
ຄະນະສະເພາະກິດລາຍງານໃນວັນທີ 28 ພະຈິກ 2021 ນີ້ວ່າ: ຈາກອົງການອະນາໄມໂລກ ລາຍງານພົບເຊື້ອໂຄວິດກາຍພັນຊະນິດໃໝ່ໃນປະເທດອາຟຣິກກາໃຕ້ ທີ່ມີຊື່ວິທະຍາສາດ B1.1.529 ຫຼື ມີຊື່ເອີ້ນທົ່ວໄປວ່າ Omicron (ໂອມີຄຣອນ) ເຊິ່ງກະຈາຍເຊື້ອໄດ້ໄວກວ່າສາຍພັນອື່ນ ເຖິງ 500%.
ຕໍ່ກັບໄພຂົ່ມຂູ່ຂອງໄວຣັດໂຄວິດກາຍພັນຊະນິດໃໝ່ນີ້ ສປປ ລາວເຮົາ ໄດ້ກະກຽມຮັບມືຄື:
1. ເຂັ້ມງວດເຝົ້າລະວັງຕິດຕາມຄົນເຈັບຕິດເຊື້ອ ພ້ອມທັງກວດສາຍພັນທີ່ຄົນເຈັບຕິດເຊື້ອວ່າແມ່ນເຊື້ອໃດ.
2. ແຈ້ງໃຫ້ປະຊາຊົນທຸກຄົນຊາບ ເພື່ອກຽມຮັບມື ເນື່ອງຈາກເຮົາບໍ່ສາມາດຊາບໄດ້ວ່າມັນຈະມາປະກົດຕົວໃນປະເທດເຮົາເມື່ອໃດ.
3. ຂຸ້ນຂ້ຽວສັກວັກຊິນໃຫ້ກວມກວ້າງທີ່ສຸດ ແລະ ຕະລຸມບອນໃຫ້ໄວຂຶ້ນ ຢ່າງໜ້ອຍໃຫ້ຮ່າງກາຍໄດ້ສ້າງພູມຄຸ້ມກັນຕໍ່ເຊື້ອໄວຣັດທີ່ກຳລັງລະບາດໃນປະເທດເຮົາ.
4. ລັດຖະບານ ກຳລັງຄົ້ນຄວ້າ ດ້ານມາດຕະການທາງສັງຄົມ ຊຶ່ງຈະແຈ້ງໃຫ້ທ່ານຊາບພາຍຫຼັງ.