ແຂວງເຊກອງ! ແຈ້ງການຍົກເລິກ ຈຸດກວດກາຄົນເຂົ້າອອກ ລະຫວ່າງເມືອງຕໍ່ເມືອງ.

ອີງຕາມ: ຄວາມເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກແຂວງ, ດັ້ງນັ້ນ ວັນທີ 04 ພຶດສະພາ 2021 ປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດແຈ້ງມາຍັງປະທານຄະນະສະເພາະກິດຂັ້ນເມືອງ 04 ຕົວເມືອງ ເພື່ອຊາບກ່ຽວກັບການຍົກເລີກຈຸດກວດຄົ້ນເຂົ້າ-ອອກເມືອງດັ່ງນີ້:

1ເຫັນດີຍົກເລິກຈຸດເຊື່ອມຕໍ່ລະຫ່ວາງເມືອງຕໍ່ເມືອງ
ໃຫ້ຍົກເລີກຈຸດກວດກາ 03 ຈຸດຂອງເມືອງລະມາມຄື: ຈຸດກວດກາບ້ານນາເວີ, ບ້ານດອກອົງແກ້ວ, ບ້ານແບ່ງ ເມືອງທ່າແຕ່ງ ຈຸດກວດບ້ານກົກໄຣ, ເມືອງດາກຈຶງ ຈຸດກວດ ດາກລານ,ຈຸດກວດບ້ານຕົງສຽງ

2ເຫັນດີໃຫ້ສືບຕໍ່ຮັກສາຈຸດກວດກາ ເຂດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງຄື:
3
ເມືອງທ່ານແຕງໃຫ້ສືບຕໍ່ຈຸດກວດ ບ້ານຫຼັກຂາວ ແລະ ຈຸດກວດບ້ານກົກທຸງ, ປ່ອງຂ້າມລອຍລະຫວ່າງບ້ານຫາ ບ້ານຕິດກັບແຂວງສາລະວັນສໍາລັບເມືອງດາກຈຶງໃຫ້ສືບຕໍ່ຮັກສາຈຸດກວດກາບ້ານຕຣອງເມືອງ(ດາກຢອຍ) ທີ່ເຊື່ອມຕໍ່ກັບແຂວງອັດຕະປືແລະ ຈຸດກວດຫຼັກຊາວ.ເມືອງກະລຶມໃຫ້ສືບຕໍ່ຮັກສາຈຸດກວດຢູ່ເມືອງເກົ່າ
