ສະຫະລັດ ຊ່ວຍ 2,4 ລ້ານໂດລາເຂົ້າໃນວຽກງານສັກວັກຊິນກັນພະຍາດໂຄວິດ ໃນລາວ
ສະຫະລັດ ຊ່ວຍ 2,4 ລ້ານໂດລາເຂົ້າໃນວຽກງານສັກວັກຊິນກັນພະຍາດໂຄວິດ-19 ໃນລາວ
ໃນວັນທີ 29 ພະຈິກ ປີ 2021 ສະຫະລັດອາເມລິກາ ສະໜັບສະໝູນເງິນ 2,4 ລ້ານໂດລາສະຫະລັດ, ໂດຍຜ່ານອົງການ USAID ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ແລະ ອົງການອາ ນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊິນກັນພະຍາດໂຄວິດ-19 ໃນສປປ ລາວ.
ທຶນຈໍານວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ຈະປະກອບ ສ່ວນເຂົ້າໃນການຊ່ວຍເຫລືອ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບສາທາລະນະສຸກ
ເພື່ອຮັບປະກັນການສັກວັກຊິນທີ່ປອດໄພສໍາລັບປະຊາຊົນລາວ, ຈັດຊື້ວັດສະດຸ ແລະ ອຸປະກອນູ ເພື່ອຊ່ວຍຕິດຕາມ ແລະ ແກ້ໄຂອາການຜົນຂ້າງຄຽງພາຍຫລັງ, ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ,
ປັບປຸງຄຸນນະພາບ ແລະ ການເຂົ້າເຖິງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນ ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງ ປະຊາຊົນໃນເຂດຫ່າງໄກສອກຫລີກ ທີ່ຢູ່ໃນກຸ່ມສ່ຽງເພື່ອໃຫ້ໄດ້ຮັບການສັກຢາວັກຊິນ ສຳລັບເງິນທຶນຈຳນວນ 1,4 ລ້ານໂດລາສະຫະລັດ,
ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການ ຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊິນ,
ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈ ຕໍ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ຕິດຕາມເຫດການປະຕິບັດພາຍ ຫລັງການສັກວັກຊິນ, ສະໜອງອຸປະກອນອະນາໄມໃຫ້ເເກ່ສູນກັກກັນ
ເພື່ອຮັບມືກັບຈໍານວນຄົນເຈັບທີ່ເພີ່ມຂຶ້ນ ແລະ ຜົນລະເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ.ຂໍ້ມູນ ຂປລ.