Breaking News

ຊຸດ “ຕຳໝາກຫຸ່ງລາວ” ຊຸດປະຈຳຊາດທີ່ Miss Grand Laos ປີນີ້ຈະນຸ່ງເຂົ້າປະກວດ

ຊຸດ “ຕໍາໝາກຫຸ່ງລາວ” ເປັນຊຸດປະຈຳຊາດທີ່ ດາວມີໄຊ ພະຈັນສິດທິ, Miss Grand Laos 2021 ຈະນຸ່ງເຂົ້າປະກວດໃນເວທີ Miss Grand International ຄັ້ງທີ 9 ເຊິ່ງຈະຈັດຂຶ້ນທີ່ພູເກັດ, ປະເທດໄທໃນຕົ້ນເດືອນທັນວາທີ່ຈະມາເຖິງນີ້.

ອີງຕາມຂໍ້ມູນຈາກເພດຈ໌MISS GRAND LAOS ມິສແກຣນລາວ, ແຮງບັນດານໃນການອອກແບບຊຸດດັ່ງກ່າວສືບເນື່ອງມາຈາກ “ຕຳຫມາກຫຸ່ງ” ຖືເປັນອາຫານພື້ນເມືອງ ຂອງປະເທດລາວ ມີລົດຊາດສົ້ມຫວານ, ເຜັດ, ເຄັມ, ນົວ ແລະເມື່ອເວົ້າເຖີງອາຫານລາວ ຖືເປັນອັນດັບທຳອິດທີ່ທຸກຄົນຕ້ອງຄິດຫາ “ຕຳຫມາກຫຸ່ງ”. ຊຸດດັ່ງກ່າວ ອອກແບບໂດຍ ສາຍແກ້ວ ສີດາວົງ ແລະ ຕັດຊຸດໂດຍ ຄໍາພີ ອະລັງການ.

ສຳລັບສ່ວນປະກອບຂອງ ຊຸດ “ຕໍາໝາກຫຸ່ງລາວ” ຜູ້ປະດິດໄດ້ນຳເອົາຜ້າໄຫມລາວ ແລະນຳເທັກນິກເຄື່ອງຈັກສານ ມາອອກແບບເຂົ້າດ້ວຍກັນ ເພື່ອໃຫ້ໄດ້ລົດຊາດ ຂອງການກີນຕຳຫມາກຫຸ່ງ ແລະເພີ່ມກີ່ນອາຍຂອງຄວາມເປັນລາວ ດ້ວຍການແຕ່ງກາຍແບບຊຸດລາວພື້ນເມືອງ ຜ່ານການສື່ສານໃນຮູບແບບຊຸດປະຈຳຊາດ Miss grand Laos.

ທາງທີມງານລາວໂພສ ຂໍເປັນອີກແຮງກຳລັງໃຈໃຫ້ນ້ອງ ດາວມີໄຊ ພະຈັນສິດທິ, Miss Grand Laos 2021 ປະສົບຜົນສຳເລັດ ແລະກັບປະເທດພ້ອມລາງວັນຕິດໄມ້ຕິດມືມາຝາກແຟນໆທຸກຄົນຢູ່ທາງບ້ານ.ເປັນແນວໃດພາກັນຖືກໃຈກັນບໍ່?

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.