Breaking News

ຄວາມໝາວເຢັນ​ ກຳລັງມາອີກໃນອາທິດ ອາກາດຈະເຢັນລົງ​ 3-5​ ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 29 ພະຈິກ ຫາ 05 ທັນວາ 2021 ວ່າ: ໃນໄລຍະຕົ້ນອາທິດ ວັນທີ 29 ຫາ 30 ພະຈິກນີ້

ຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງປານກາງ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ

ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີຝົນຕົກເລັກນ້ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນໃນວັນທີ 1 ຫາ 5 ທັນວາ 2021 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໝືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່

, ຊື່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນ ລົງ 3 ຫາ 5 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ. ສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ຫາ ໜາວຫຼາຍ

ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍຢູ່ບາງທ້ອງຖີ່ນ.​ທັງນີ້​ ກົມອຸຕຸແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ເຊິ່ງຈະມີຜົນກະທົບຕໍ່ສຸຂະພາບ

ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມຮ່າງກາຍໃຫ້ອົບອຸ່ນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.