ໃນວັນທີ 29 ພະຈິກ 2021, ພາຍຫຼັງການພົບປະສອງຝ່າຍ ທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ

ຕາງໜ້າລັດຖະບານມອບເງິນສົດຊ່ວຍເຫຼືອແກ່ ສປປ ລາວ

ຈຳນວນ 03 ລ້ານໂດລາສະຫະລັດ ແລະ ພາກທຸລະກິດກຳປູເຈຍ ຈຳນວນ 10 ລ້ານໂດລາສະຫະລັດ ເພື່ອຮ່ວມສົມທົບທຶນຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 (ລວມທັງໝົດມື້ນີ້ 13 ລ້ານໂດລາສະຫະລັດ).”ພາຍໃນກອງປະຊູມສອງຝ່າຍ.

ທ່ານສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ຍັງໄດ້ແຈ້ງວ່າຈະຊ່ວຍເຫຼືອຢາວັກຊິນປ້ອງກັນພະຍາດ COVID-19 ໃຫ້ແກ່ບັນດາແຂວງພາກໄຕ້ ສປປລາວ ຈຳນວນ 500,000 ໂດສ

ລົດຂົນຢາວັກຊິນຍີ່ຫໍ້ຟອດຈຳນວນ 02 ຄັນ (ສາມາດບັນທຸກໄດ້ 100,000 ໂດສ/ຄັ້ງ),

ເຊີ່ງຄາດວ່າຈະຈັດພິທີການມອບຢູ່ເຂດຊາຍແດນ ສປປລາວ ແລະ ກຳປູເຈັຍ ພາຍໃນວັກສຸກ 03 ທັນວາ 2021 ທີ່ຈະມາເຖີງ.

ທີ່ມາ
ຂ່າວໂດຍ: Sourioudong