ກຽມພ້ອມແລ້ວທັງລົດໄຟ ທັງຄົນຂັບ ທັງເຕັກນິກ

ໃນວັນຊາດທີ 2 ທັນວາ 2021 ຈະແມ່ນພິທີໄຂສັກກະຣາຊໃຫມ່ຂອງການຂົນສົ່ງທາງລາງ ແລະຍົກລະດັບຈາກປະເທດປະເທດປິດທີ່ບໍ່ມີທາງອອກ ໃຫ້ເປັນປະເທດເຊື່ອມຕໍ່ສູ່ປະເທດອ້ອມຂ້າງແລະສູ່ພູມມິພາກ ເຊື່ອມໂຍງໄປເຖິງຣັດເຊຍ ແລະເອີຣົບ

ແລະວັນທີ 3 ທັນວາ 2021 ກໍ່ຈະແມ່ນການໄຂຂະບວນລົດໄຟຂະບວນທຳອີດ ເຊິ່ງຈະແລ່ນມື້ລະ 2 ຖ້ຽວ ຈາກນະຄອນຫລວງວຽງຈັນ ສູ່ສະຖານີບໍ່ເຕັນຫລວງນ້ຳທາ
ຖ້າໂຣດໂຄວິດ-19 ມີສະຖານະການທີດີຂຶ້ນ ກໍ່ຈະມີການແລ່ນໄປ ສ.ປ ຈີນ

ຂໍຂອບໃຈຮູບພາບຈາກ : CRI-FM93
ພາກພູມໃຈ “ວັນທີ 01-03 ທັນວາ 2021, ເຊີນຊວນປວງປະຊາລາວຮ່ວມຕິດຕາມພິທີການເປີດລົດໄຟຟ້າ ສປປລາວ (ນະຄອນຫຼວງວຽງຈັນ-ບໍເຕັນ) ແລະ ສປຈີນ (ນະຄອນຄຸນມິງ-ບໍຫານ).”
(1). ວັນທີ 01 ທັນວາ 2021, ພິທີຍ້ອງຍໍ ແລະ ປະດັບຫຼຽນໄຊພັດທະນາຊັ້ນ I ໃຫ້ແກ່ ກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ ແລະ ບໍລິສັດທາງລົດໄຟລາວ-ຈີນ;
(2). ວັນທີ 02 ທັນວາ 2021, ພິທີທາງພຸດທະສາສະນາ ສູດປະຣິຕະມຸງຄົນ ພຣະສົງ 19 ອົງ ຖວາຍທານ ແລະ ພົມນໍ້າມົນມະຫາໂຊກມະຫາໄຊຂະບວນລົດໄຟລາວລ້ານຊ້າງ, ພາຍໃນອາຄານສະຖານນີລົດໄຟຟ້າ ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
(3). ວັນທີ 03 ທັນວາ 2021, ພິທີເປີດລົດໄຟຟ້າ ສປປລາວ ແລະ ສປຈີນ (ແບບທາງໄກ), ໂດຍການເປັນປະທານຮ່ວມ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ແລະ ພະນະທ່ານ ສີຈີ້ນຜິງ ປະທານປະເທດແຫ່ງ ສປຈີນ.