Breaking News

ນັກວິທະຍາສາດຂອງອີຕາລີ ເປີດເຜີຍຮູບພາບທໍາອິດ ຂອງໄວຣັດໂຄວິດສາຍພັນໃໝ່ “Omicron”

ນັກວິທະຍາສາດຂອງອີຕາລີ ເປີດເຜີຍຮູບພາບທໍາອິດ ຂອງໄວຣັດໂຄວິດສາຍພັນໃໝ່ “Omicron”

ນັກວິທະຍາສາດຢູ່ໂຮງໝໍ Bambino Jesus ໃນ Rome, ຂອງປະເທດອີຕາລີ. ໄດ້ເປີດເຜີຍຮູບພາບທໍາອິດຂອງໂລກ.ໂດຍແມ່ນຮູບພາບ ຂອງໂປຣຕີນໜາມ ຂອງສາຍພັນໃໝ່ “Omicron” ແລະໄດ້ປ່ຽບທຽບກັບຄວາມແຕກຕ່າງ ແລະ ຄວາມຄາຍຄືແນວໃດກັບ ສາຍພັນ “Delta”. ໂດຍແມ່ນຫນັງ​ສື​ພິມ Corria della Sera ຂອງ​ອີ​ຕາ​ລີ​ໄດ້​ລົງ​ຮູບ​ພາບ​ນີ້​ໃນ Twitter​ ຂອງເຂົາເຈົ້າ.

ຮູບພາບນີ້ໄດ້ຖືກສ້າງຂື້ນໃນຫຼາຍໆຫ້ອງທົດລອງທາງການແພດ. ການປຽບທຽບລະຫວ່າງເຊື້ອໄວຣັສ Omicron ແລະ Delta ສະແດງໃຫ້ເຫັນວ່າ Omicron ມີການກາຍພັນຂອງໂປຣຕີນໜາມ ສູງເຖິງ 43 ບ່ອນ, ບໍ່ຄືກັບ delta ທີ່ມີພຽງແຕ່ 18 ບ່ອນຂອງໂປຣຕີນໜາມເທົ່ານັ້ນ.

ແຕ່ກໍ່ບໍ່ທັນຮູ້ໄດ້ວ່າ ການທີ່ ມີໂປຣຕີນໜາມ ຫລາຍກວ່າສອງເທົ່າໂຕນັ້ນ ຈະເຮັດໃຫ້ຜູ້ທີ່ຕິດເຊື້ອມີອາການປ່ວຍທີ່ຮຸນແຮງ ຫຼາຍ ຫຼື ຄວາມຮຸນແຮງຈະຫຼຸດລົງ ກໍ່ບໍ່ທັນຮູ້ໄດ້, ດັ່ງນັ້ນ ທາງອົງການອານາໄມໂລກ

ຈື່ງ ໃຫ້ຄຳນິຍາມວ່າ ເປັນ ສາຍພັນທີ່ໜ້າເປັນຫ່ວງ ແລະ ໜ້າກັງວົນທີ່ສຸດ ຂອງບັນດາການກາຍພັນໃນໄລຍະທີ່ຜ່ານມາ.

ຂໍ້ມູນ ກຸງເທບທຸລະກິດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.