Breaking News

ເກີດແຜນດິນໄຫວໃນເປຣູ ສ້າງຄວາມເສຍຫາຍຢ່າງໜັກ

ເກີດແຜນດິນໄຫວໃນເປຣູ ສ້າງຄວາມເສຍຫາຍຢ່າງໜັກ

ຂປລ.ວັນທີ30ພະຈິກ2021,ສູນແຜນດິນໄຫວ ຂອງສະຖາບັນ ທໍລະນີ ຟີຊິກ ແຫ່ງເປຣູ(IGP)ຖະແຫລງວ່າ: ເກີດແຜນດິນໄຫວ ລະດັບ7,5ລິກເຕີ ສົ່ງແຮງ ສັ່ນສະເທືອນ ຈາກພາກເໜືອ ໄປເຖິງ ພາກກາງ ຂອງປະເທດເປຣູ.

ໃນ ເບື້ອງຕົ້ນ ມີຜູ້ໄດ້ຮັບບາດເຈັບ 4ຄົນ ແລະ ເຮືອນປະຊາຊົນ ໄດ້ຮັບຄວາມ ເສຍຫາຍ 75ຫລັງ ແຕ່ຍັງບໍ່ທັນມີລາຍງານ ຜູ້ເສຍຊີວິດ. ແຜນດິນໄຫວ ຄັ້ງນີ້ ມີລະດັບຄວາມເລິກ 131ກິໂລແມັດ ແລະ ມີສູນກາງ ຂະໜາດ 98 ກິໂລແມັດ.

ກ່ອນໜ້ານີ້ ເຈົ້າໜ້າທີ່ທາງການ ປະກາດ ເຕືອນໄພຜ່ານ ທາງ ໂທລະພາບ ແລະ ວິທະຍຸ ທ້ອງຖິ່ນ ຮຽກຮ້ອງ ໃຫ້ປະຊາຊົນ ອອກຈາກເຮືອນ ເພື່ອຄວາມປອດໄພ.

ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ພວມໃຫ້ການ ຊ່ວຍ ເຫລືອ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ./.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.