ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ ມາຮອດມື້ນີ້ ມາດຕະການປ້ອງກັນທີ່ທຸກປະເທດ
ຍັງຄົງເນັ້ນໜັກ ແລະ ໃຫ້ຄວາມສໍາຄັນສູງ ພ້ອມດຽວກັນນີ້ ອົງການອະນາໄມໂລກ ກໍ່ຍັງແນະນໍາໃຫ້ປະຕິບັດ ມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເປັນຕົ້ນແມ່ນ

(1) ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂື້ນໄປ;(2) ໃສ່ຜ້າປິດປາກດັງທີ່ມີຄຸນນະພາບ ແລະ ສວມໃສ່ໃຫ້ຖືກຕ້ອງຕາມຫຼັກການ;

(3) ຢູ່ໃນສະຖານທີ່ ອາກາດລ່ວງດີ (ໄຂປ່ອງຢ້ຽມ ເພື່ອລະບາຍອາກາດໃຫ້ໝູນວຽນຢູ່ພາຍໃນຫ້ອງ);(4) ໝັ່ນລ້າງມືເລື້ອຍໆ

(5) ຜູ້ທີ່ຍັງບໍ່ທັນສັກວັກຊິນ ແມ່ນຮີບຮ້ອນສັກວັກຊິນໃຫ້ຄົບ;