ຫ້າມບຸກຄົນຈາກ 9 ປະເທດ ທີ່ມີ ເຊື້ອໂຄວິດ-19 ສາຍພັນໃໝ່ ເຂົ້າ ສປປ ລາວ.
ຂປລ. ປັດຈຸບັນ, ທາງການລາວ ໃຫ້ເລື່ອນການເດີນທາງເຂົ້າມາ ສປປ ລາວ ຂອງບຸກຄົນ ທີ່ເດີນທາງມາຈາກ 9 ປະເທດ ທີ່ມີຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ສານໃໝ່ Omicron ເຊັ່ນ: South Africa, Namibia, Zimbabwe, Botswana, Lesotho, Eswatini, The Seychelles, Malawi ແລະ Mozambique.

(ຖ້າມີປະເທດຕິດເຊື້ອເພີ່ມ ກໍຈະແຈ້ງເປັນແຕ່ລະໄລຍະ) ເພື່ອສະກັດກັ້ນບໍ່ໃຫ້ນຳເອົາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ໃນບ້ານເຮົາ.
ໃນວັນທີ 1 ທັນວາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໂຄວິດສາຍພັນໃໝ່ Omicron.
ເນື່ອງຈາກ ມີຫລາຍກວ່າ 10 ປະເທດ ທີ່ມີການລາຍງານພົບຜູ້ຕິດເຊື້ອສາຍພັນນີ້. ສະເພາະ ສປປ ລາວ ກະຊວງສາທາລະນະສຸກ ກໍ່ໄດ້ມີມາດຕະການເກັບຕົວຢ່າງ ຂອງຜູ້ເດີນທາງເຂົ້າປະເທດທຸກຄົນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່ ແລະ ກວດຊອກຫາສາຍພັນດັ່ງກ່າວ, ເພື່ອຕິດຕາມເຝົ້າລະວັງ ການປະກົດຕົວຂອງສາຍພັນນີ້ ໃນປະເທດ.