Breaking News

! ລາຍລະອຽດ ” ສິງໂຕໂລງສົບ ຖືກກຸ່ມໄວລຸ້ນບຸກມາທຸບແວ່ນລົດເຖິງຮ້ານ”

! ລາຍລະອຽດ ” ສິງໂຕໂລງສົບ ຖືກກຸ່ມໄວລຸ້ນບຸກມາທຸບແວ່ນລົດເຖິງຮ້ານ”

+ ເກີດເຫດການກຸ່ມໄວລຸ້ນຈໍານວນໜຶ່ງຍົກພັກພວກບຸກທໍາລາຍຊັບສິນຮ້ານຂາຍໂລງສົບຊື່ດັງເຂດບ້ານຕານມີໄຊ ເມືອງໄຊທາ ນີ ນະຄອນຫຼວງວຽງຈັນ ໃນຄໍ່າຄືນຂອງວັນທີ 1 ທັນວາ

+ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ອີງຕາມຄໍາໃຫ້ການຂອງພະຍານທັງ 4 ຄົນ ຄື: ທ້າວ ໂດ້ ອາຍຸ 23 ປີ, ທ້າວ ຄໍາປະສົງ ຫຼື ຕ໋ອມ ອາຍຸ 48 ປີ (ພໍ່ທ້າວ ສິງໂຕ), ທ້າວ ໄພສິດ ຫຼື ຕາມ ອາຍຸ 31 ປີ ແລະ ທ້າວ ພອນວິໄລ ຫຼື ກູ່ ອາຍຸ 25 ປີ ທັງໝົດພັກເຊົາຢູ່ບ້ານຕານມີໄຊ ໄດ້ໃຫ້ການວ່າ:

ເວລາປະມານ 23:30 ໂມງຂອງວັນທີ 1 ທັນວາ, ໄດ້ມີໄວລຸ້ນຂັບຂີ່ລົດໃຫຍ່ຈໍານວນ 4 ຄັນ ແລະ ມີຄົນປະມານ 20-30 ຄົນ ພາກັນມາຮ້ອງຫາທ້າວ ສິງໂຕ. ແຕ່ຜູ້ກ່ຽວແມ່ນບໍ່ຢູ່ເຮືອນ ພາຍຫຼັງບໍ່ເຫັນທ້າວ ສິງໂຕ ພວກກຸ່ມໄວລຸ້ນຈໍານວນດັ່ງກ່າວຈຶ່ງໄດ້ລົງມືທຸບມ້າງທໍາລາຍຊັບສິນທີ່ຢູ່ຮ້ານຂາຍໂລງສົບ ພ້ອມທັງຍິງປືນຂຶ້ນຟ້າເພື່ອນາບຂູ່ອີກ 1 ນັດ

ເຮັດໃຫ້ເກີດມີຄວາມເສຍຫາຍ ຄື: ລົດອີຊູໆ ຈໍານວນ 3 ຄັນ ຖືກທຸບແວ່ນລົດແຕກທາງດ້ານໜ້າ ແລະ ດ້ານຂ້າງ, ແກ້ວປ່ອງຢ້ຽມແຕກ 3 ປ່ອງ, ປະຕູ 2 ປ່ອງ ພ້ອມທັງກະທົບຫີບສົບ 32 ໜ່ວຍ ແລະ ຈູດຕູ້ແຊ່ສົບ 1 ໜ່ວຍ.

+ກ່ອນເກີດເຫດການດັ່ງກ່າວ, ທ້າວ ສິງໂຕ ພ້ອມພັກພວກໄດ້ພາກັນໄປກໍ່ເລື່ອງຕົບຕີໄວລຸ້ນຢູ່ແຖວສີໄຄ ກ່ອນ ໂດຍບົດບັນທຶກແຈ້ງຄວາມຂອງທ້າວ ທິບພະຈັນ ອາຍຸປະມານ 21 ປີ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ວ່າ:

ໃນເວລາ 21:45 ໂມງຂອງວັນທີ 1 ທັນວາ, ທ້າວ ສິງໂຕ ພ້ອມພັກພວກຈໍານວນ 15 ຄົນ ໄດ້ພາກັນຂັບຂີ່ລົດໃຫຍ່ຈໍານວນ 2 ຄັນມາ ຫາຕົນເອງຢູ່ຮ້ານລ້າງລົດແຟັມເມລີ. ພາຍ ຫຼັງທີ່ມາຮອດກໍໄດ້ຖາມຕົນເອງວ່າ ໄດ້ລັກເອົາເຄື່ອງສີທີ່ເຮັດໂລງສົບບໍ ? ແຕ່ຕົນເອງຕອບວ່າ: ບໍ່ໄດ້ລັກ ມີຫຼັກຖານບໍ່ (ໄລຍະຜ່ານມາ ແມ່ນເຄີຍເຮັດວຽກນໍາທ້າວ ສິງໂຕ.

ແຕ່ປັດຈຸບັນແມ່ນອອກວຽກມາໄດ້ 2 ປີແລ້ວ). ຈາກນັ້ນ, ຈຶ່ງເກີດມີປາກສຽງກັນ ແລະ ທ້າວ ສິງໂຕ ກໍໄດ້ໃຊ້ມືຕົບ ເຂົ້າທີ່ໃບໜ້າຜູ້ກ່ຽວຈໍານວນ 2 ບາດ ແລະ ທ້າວ ໂດ້ ( ກຸ່ມຂອງທ້າວ ສິງໂຕ ) ອາຍຸ 23 ປີ ບ້ານຕານມີໄຊ ກໍໃຊ້ມືຕົບເຂົ້າໜ້າຜູ້ກ່ຽວອີກ 1 ບາດ; ເວລາຕໍ່ມາ, ຈຶ່ງເກີດມີເຫດສົນລະວົນ (ຕີກັນ) ເຮັດໃຫ້ໝູ່ຂອງຕົນຈໍານວນໜຶ່ງໄດ້ຮັບບາດເຈັບສົມຄວນ ກ່ອນແຕກໜີໃຜໜີມັນ.

+ ປັດຈຸບັນ, ເຈົ້າໜ້າທີ່ພວມດໍາເນີນການສອບປາກຄໍາເພື່ອຫາສາເຫດແຮງຈູງໃຈໃນການກໍ່ເຫດ ພ້ອມທັງສືບສວນຫາຜູ້ລົງມື້ກໍ່ເຫດໃນຄັ້ງນີ້ມາດຳເນີນຄະດີຕາມກົດ ໝາຍ, ສ່ວນທ້າວ ສິງໂຕ ແມ່ນຍັງເອົາຕົວຫຼົບໜີ ຢູ່ເຈົ້າໜ້າທີ່ຈະໄດ້ນຳຕົວຜູ້ກ່ຽວມາສອບສວນເພີ່ມເຕີມ.

ຂ່າວ: ຝັ່ງເຊ

ຊົມຄລິບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.