Breaking News

ຫົວພັນສຳເລັດການປີ່ນປົວຜູ້ປ່ວຍພະຍາດໂຄວິດ

ຕອນແລງ ວັນທີ 1 ທັນວາ 2021 ນີ້, ຢູ່ໂຮງໝໍທະຫານ C25ແຂວງຫົວພັນ ທີມແພດປິ່ນປົວພະຍາດໂຄວິດ-19 ແຂວງຫົວພັນໄດ້ມອບໃບຢັ້ງຢືນອອກໂຮງໝໍໃຫ້ແກ່ຜູ້ປ່ວຍຍ້ອນພະຍາດໂຄວິດ-19 ຈໍານວນ 2 ຄົນ.

ເຊິ່ງທັງສອງຄົນດັ່ງກ່າວໄດ້ກວດພົບເຊື້ອ ແລະ ເຂົ້າຮັບການປີ່ນປົວໃນກາງເດືອນພະຈິກຜ່ານມາຕາມວິຊາການແພດຢ່າງເຄັ່ງຂັດ, ໄດ້ຮັບຄວາມເອົາໃຈໃສ່ຈາກທີມງານແພດຢ່າງໃກ້ສິດ ແລະ ຜູ້ປ່ວຍມີອາການດີຂຶ້ນເປັນປົກກະຕິ ໂດຍຜ່ານການປະເມີນຂອງແພດແມ່ນສາມາດອອກຈາກສູນປິ່ນປົວໄດ້ ແຕ່ຕ້ອງໄດ້ກັກຕົວຢູ່ເຮືອນຕື່ມອີກເປັນເວລາ 14 ວັນ ຈິ່ງສາມາດກັບມາໃຊ້ຊີວິດປົກກະຕິກັບສັງຄົມໄດ້.

ຜົນສຳເລັດຄັ້ງນີ້ຖືເປັນຄັ້ງປະຫວັດສາດໃນວົງການແພດຂອງແຂວງຫົວພັນໃນການປິ່ນປົວຜູ້ປ່ວຍໂຄວິດ-19 ເຊິ່ງເປັນປະສົບການ ແລະ ຄວາມຮູ້ດ້ານວິຊາການໃຫ້ແກ່ນັກຮົບເສື້ອຂາວໃນການປິ່ນປົວ, ຮັກສາຜູ້ປ່ວຍໃນອະນາຄົດ.

ໂອກາດດຽວກັນນີ້, ທ່ານ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນະສຸກແຂວງຫົວພັນ ໄດ້ຕາງໜ້າໃຫ້ແກ່ຄະນະນຳແຂວງ, ຄ

ະນະພະແນກສາທາລະນະສຸກໄດ້ມອບໃບຍ້ອງຍໍໃຫ້ແກ່ທີມແພດປິ່ນປົວຄັ້ງນີ້ຢ່າງສົມກຽດ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານນຳ.

ຂ່າວ-ພາບ: ໄອແກ້ວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.