Breaking News

ເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ

ເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການຈູດຂີ້ເຫຍື້ອ, ຈູດປ່າ, ໃຕ້ທູບ, ທຽນ-ບູຊາ ແລະ ອື່ນໆ ຕ້ອງມີຄວາມລະມັດລະວັງປ້ອງກັນອັກຄີໄພ ເພື່ອຫຼີກລ່ຽງບັນຫາອັກຄີໄພເກີດຂຶ້ນ ດັ່ງກໍລະນີເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 01 ທັນວາ 2021, ເຮັດໃຫ້ປະຊາຊົນໃນພື້ນທີ່ນັ້ນແຕກຕື່ນ ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ໄດ້ລົງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາດັບມອດໄຟ 10 ນາທີ ເຊີ່ງຊາບຊື່ຜູ້ຈູດຄື:

ທ້າວ ສົມ ອາຍຸ 27 ປີ ກໍາມະກອນ ຢູ່ບ້ານໂພຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຄົນງານເຝົ້າສວນ. ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກດີໄພ ປກສ ນວ ໃຫ້ຮູ້ວ່າ: ເວລາ 16:30 ໂມງ ຂອງວັນທີ 01 ທັນວາ 2021 ໄດ້ຮັບແຈ້ງວ່າ: ເກີດເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນວ ເຊີ່ງເປັນດິນເປົ່າຫວ່າງຂອງ ທ້າວ ຄໍາມິ່ງ ປະຊາຊົນ ບ້ານສີຫອມ ເມືອງຈັນທະບູລີ, ເຈົ້າໜ້າທີ່ກໍ່ໄດ້ກະກຽມລົດມອດໄຟ ຈຳນວນ 01 ຄັນ ແລະ ກໍາລັງ 6 ສະຫາຍ ລົງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາ 10 ນາທີ ກໍ່ສາມາດດັບມອດໄຟໄດ້.

ຖ້າພົບເຫັນເຫດການໃດທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ໃຫ້ແຈ້ງເຈົ້າໜ້າທີ່ຜ່ານທາງວັອດແອັບ ເບີ 02028899774 ແລະ ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.