ເນື່ອງໃນໂອກາດວັນກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນຄົບຮອບ 80 ປີ,
ທ່ານຈູມມາລີ ໄຊຍະສອນ ອະດີດຜູ້ນຳ ສປປ ລາວທີ່ເຄີຍໄປຢ້ຽມຢາມຢູ່ວິທະຍຸສາກົນແຫ່ງເທດຈີນທີ່ນະຄອນຫຼວງປັກກິ່ງ ໄດ້ຂຽນຄຳອວຍພອນແກ່ວັນສຳຄັນດັ່ງກ່າວ ໂດຍຖືເປັນຂອງຂວັນອັນປະເສີດ ແລະເປັນກຳລັງໃຈໃຫ້ແກ່ທຸກຄົນທີ່ເຮັດວຽກກະຈາຍສຽງຕໍ່ ສປປ ລາວ.

ຂໍຂອບໃຈທ່ານຈູມມາລີ ໄຊຍະສອນ ທີ່ໄດ້ໃຫ້ຄວາມສຳຄັນແກ່ວຽກງານກະຈາຍສຽງຕໍ່ຕ່າງປະເທດຂອງພວກເຮົາ, ນ້ຳໃຈມິດຕະພາບລາວ-ຈີນຈົ່ງໝັ້ນຍືນ!
ເນື້ອໃນຄຳອວຍພອນຂອງທ່ານຈູມມາລີ ໄຊຍະສອນມີຄືດັ່ງນີ້: CMG ແມ່ນໜຶ່ງໃນສື່ມວນຊົນ ທີ່ສໍາຄັນ, ທັນສະໄໝ, ກ້າວໜ້າ ແລະມີຜູ້ຟັງຫຼາຍທີ່ສຸດໃນໂລກ; ຕະຫຼອດໄລຍະຜ່ານມາໄດ້ປະກອບສ່ວນປະຕິບັດພາລະກິດກະຈາຍສຽງຕໍ່ຕ່າງປະເທດ
ມີຜົນສໍາເລັດຢ່າງສະຫງ່າງາມ ແລະ ໄດ້ເສີມຂະຫຍາຍການຮ່ວມມືກັບສື່ມວນຊົນຂອງ ສປປ ລາວ ເຂົ້າສູ່ລວງເລິກ ແລະມີປະສິດທິຜົນຢ່າງຈົບງາມ.
ເນື່ອງໃນໂອກາດ ຄົບຮອບ 80 ປີ ແຫ່ງການກະຈາຍສຽງຕໍ່ຕ່າງປະເທດ ຂອງປະຊາຊົນ ສປ ຈີນ ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ໃຫ້ ການນຳ ພ້ອມດ້ວຍພະນັກງານທຸກສະຫາຍ ຂອງ CMG ຈົ່ງມີສຸຂະພາບເຂັ້ມແຂງ,
ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ຄວາມຮັບຜິດຊອບ ຂອງບັນດາສະຫາຍ, ໃຫ້ສືບຕໍ່ເປັນຂົວເຊື່ອມຕໍ່ທີ່ດີ ຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ,
ຈີນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ, ອວຍພອນໃຫ້ການເສີມສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ນະຄອນຫຼວງວຽງຈັນ, ວັນທີ 26 ພະຈິກ 2021 ອະດີດເລຂາທິການໃຫຍ່ອະດີດປະທານປະເທດ ແຫ່ງ ສປປ ລາວ

ຈູມມາລີ ໄຊຍະສອນ