Breaking News

ທ່ານນາຍົກຢາກໄປທ່ຽວຄຸນໝິງຫຼັງຈາກເປີດປະເທດ

ທ່ານນາຍົກຢາກໄປທ່ຽວຄຸນໝິງຫຼັງຈາກເປີດປະເທດ

ໃນຂະນະທີ່ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນັ່ງລົດໄຟລາວ-ຈີນ ຮອບປະຖົມມະເລີກກັບພັນລະຍາ ພ້ອມດ້ວຍຄະນະເດີນທາງຈາກສະຖານີນະຄອນລວງວຽງຈັນຫາສະຖານີວັງວຽງໃນວັນທີ 3 ທັນວາ 2021. ທ່ານໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ພ້ອມທັງຕີລາຄາສູງ ແລະກ່າວວ່າຢາກໄປທ່ຽວຄຸນໝິງ ແລະປັກກິ່ງອີກຄັ້ງຫຼັງຈາກເປີດການທ່ອງທ່ຽວລະຫວ່າງປະເທດ.ທ່ານນາຍົກໃຫ້ຮູ້ວ່າ:

ການເປີດເສັ້ນທາງລົດໄຟລາວ-ຈີນ ຄັ້ງນີ້ເປັນຄັ້ງປະຫວັດສາດທີ່ ສປປ ລາວຮ່ວມກັບ ສປ ຈີນສາມາດສ້າງສໍາເລັດລົດໄຟຄວາມໄວສູງ ແລະບໍ່ເຄີຍມີມາໃນປະເທດລາວມາກ່ອນ.

ປະເທດລາວ ກໍ່ຄືປະຊາຊົນລາວໄດ້ປ່ຽນໂສມໜ້າທີ່ຫຼ້າຫຼັງທາງດ້ານຄົມມະນາຄົມທາງບົກກາຍມາເປັນການຄົມມະນາຄົມທີ່ທັນສະໄໝທີ່ບໍ່ເຄີຍມີ ເຊິ່ງຜົນສໍາເລັດອັນນີ້ ເກີດຂຶ້ນມາຈາກການຮ່ວມມືສອງພັກສອງລັດ ແລະປະຊາຊົນສອງຊາດລາວ-ຈີນ ຈີນ-ລາວ ທີ່ໄດ້ຂະຫຍາຍຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງຂອງທ່ານ ສີຈິ້ນຜິງສອດຄ່ອງກັບການພັດທະນາຂອງປະເທດລາວ

ທີ່ບໍ່ມີເສັ້ນທາງອອກທາງທະເລ ໃຫ້ກາຍເປັນປະເທດເຊື່ອໂຍງ ແລະເຊື່ອມຈອດ ຍ້ອນແນວນັ້ນ ເສັ້ນທາງລົດໄຟລາວ-ຈີນ ເສັ້ນນີ້ຈະນໍາເອົາຜົນປະໂຫຍດຢ່າງຫຼວງຫຼາຍໃນການພັດທະນາເສດຖະກິດສັງຄົມຂອງປະເທດລາວຂອງເຮົາ ແລະເປັນຈຸດເຊື່ອມຕໍ່ປະເທດຈີນປະຫາປະເທດອາຊຽນ ແລະພາກພື້ນ. ທ່ານພັນຄໍາຍັງຕີລາຄາສູງວ່າ:

ຜົນສໍາເລັດໂຕນີ້ຍັງເປັນໂຕແບບທີ່ດີຂອງການຮ່ວມມືຊາຕາກໍາລາວ-ຈີນ ໃນຖານະປະເທດບ້ານໃກ້ເຮືອນຄຽງບ້ານພີ່ເມືອງນ້ອງຕາມທິດສີ່ດີ, ເວົ້າລວມແລ້ວຈີນເປັນປະເທດໃຫຍ່ມະຫາອໍານາດມີພົນລະເມືອງຫຼາຍ ແຕ່ເຮົາເປັນປະເທດນ້ອຍ ແລະທຸກຍາກ ພົນລະເມືອງກໍ່ໜ້ອຍຫຼາຍ ເຊິ່ງອັນນີ້ພັດສະແດງໃຫ້ເຫັນວ່າໃຫຍ່ກັບນ້ອຍໄດ້ຄຽງຄູ່ກັນ ເປັນເພື່ອມິດທີ່ດີຕໍ່ກັນ ແລະເປັນແບບຢ່າງທີ່ດີທີ່ສຸດໃນວົງຄະນະຍາດສາກົນ ເພາະວ່າການພົວພັນສອງພັກສອງລັດ ແລະປະຊາຊົນສອງຊາດ ແມ່ນສະເໝີພາບ

ບົນຈິດໃຈທີ່ຈິງໃຈຕໍ່ກັນອີຫຼີ ບໍ່ເອົາປຽບເອົາລັດກັນ ແລະມີຜົນປະໂຫຍດຮ່ວມກັນ ທຸກສຸກກໍ່ຢູ່ຮ່ວມກັນ ອັນນີ້ເປັນສິ່ງສໍາຄັນຫຼາຍ. ໃນປັດຈຸບັນນີ້, ລັດຖະບານກໍາລັງຈັດຕັ້ງແລວເສດຖະກິດຕາມທາລົດໄຟ, ເສດຖະກິດເໜືອໃຕ້ຕາເວັນຕົກ ແລະຕາເວັນອອກ

ຈະນໍາພາປະຊາຊົນຜະລີດເປັນສິນຄ້າ ແລະສົ່ງອອກປະເທດ ໂດຍໃຊ້ທາງລົດໄຟຂົນສົ່ງ ຕາມລົດໄຟທີ່ສາມາດອອກລົດໄຟ 15 ນາທີຕໍ່ຂະບວນໜຶ່ງ ແລະບັນທຶກໄດ້ 3,000 ໂຕ່ນ/ຂະບວນໜຶ່ງ ເກືອບເທົ່າ 400 ຄັນລົດຂົນສົ່ງທາງບົກທົ່ວໄປ ອັນນີ້ນໍາເອົາຜົນປະໂຫຍດມະຫາສານ, ສະນັ້ນປະຊາຊົນຕ້ອງດຸໝັ່ນຜະລິດເປັນສິນຄ້າ ໂດຍມີລັດຖະບານຈະສົ່ງເສີມ ແລະມີນະໂຍບາຍໃຫ້.

ທ່ານນາຍົກຍັງເວົ້າວ່າ: ຖ້າຫາກເປີດປະເທດ ແລະສາມາດໄປທ່ຽວໄດ້ແລ້ວ ຈະໄປທ່ຽວທ່ຽວຄຸນໝິງກ່ອນ ເຊິ່ງເເປັນບ່ອນທີ່ໃກ້ຄຽງທີ່ສຸດ ແລະຄຸນໝິງ ແຂວງຢຸນນານເປັນແຂວງທີ່ລັດຖະບານຈີນໄດ້ຮ່ວມມືຫຼາຍດ້ານກັບ ສປປ ລາວ. ຫຼັງຈາກນັ້ນ, ຈະໄປທ່ຽວປັກກິ່ງ ທີ່ເປັນເມືອງຫຼວງຂອງ ສປ ຈີນ ເຖິງວ່າໄດ້ໄປແລ້ວແຕ່ກໍ່ຢາກໄປອີກຍ້ອນປະທັບໃຈຫຼາຍ.

ພ້ອມດຽວກັນທ່ານນາຍົກຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກທົ່ວໜ້າຮ່ວມມືກັນກັບລັດຖະບານ ກໍຄືອໍານາດການປົກຄອງທ້ອງຖິ່ນ ເຊິ່ງພວກເຮົາມີແຜນແລ້ວກໍ່ກຽມພ້ອມກັນເຮັດກັນສ້າງປັດຈຸບັນຂອງພວກເຮົາຢ່າງຕັ້ງໜ້າຕັ້ງຕາ ແລະເຊື່ອວ່າອະນາຄົດ ປະເທດເຮົາຈະມີຄວາມຈະເລີນພັດທະນາຫຼາຍກວ່ານີ້ຢ່າງແນ່ນອນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.