ປະເດັນຮ້ອນ ເລກ1 ກາຍເປັນ ເລກ7 ຈະອອກມາຊີ້ແຈງໄວໆນີ້
ຜົນການອອກຫວຍພັດທະນາລາວເວລາຖ່າຍທອດສົດ ແລະ ເວລາຂຽນແມ່ນບໍ່ຕົງກັນຄື ເລກ 1 ກາຍເປັນເລກ 7 ໄດ້ແນວໃດໂດຍໄດ້ເກີດເປັນ ປ ະ ເດັນໃຫ້ສັງຄົມສົນໃຈວ່າເກີດຫຍັງຂຶ້ນ.

ບັນດານັກຊື້ ເ ລ ກ ຫຼາຍທ່ານອາດຈະໂຊກດີ ຫຼື ບໍ່ໂຊກດີກ່ຽວກັບຜົນການອອກ ເ ລ ກ (ອອກ ຫ ວ ຍ ພັດທະນາລາວ) ໃນຕອນແລງຂອງວັນທີ 14 ມັງກອນ 2022 ທີ່ຜ່ານມາທີ່ໄດ້ອອກ 337496 ແຕ່ການຖ່າຍທອດສົດຜົນການອອກເລກດັ່ງກ່າວນັ້ນມັນໄດ້ເກີດສິ່ງ ຜິ ດ ພາດຂຶ້ນກໍຄືວ່າ ຜົນການອອກ ເ ລ ກ ເວລາຖ່າຍທອດສົດທີ່ຂຽນຢູ່ໜ້າຈໍໂທລະພາບ

ລວມທັງຜູ້ຮັບໜ້າທີ່ເປັນໂຄສົກຕ່າງກໍ ປ ະ ກາດວ່າຜົນເລກທີ່ອອກແມ່ນ 331496 ແຕ່ເມື່ອເວລາມາຂຽນແຈ້ງຜົນອອກຢູ່ກະດານ ແລະ ມີການເຜີຍແຜ່ສູ່ສັງຄົມພັດແມ່ນ 337496 ນັ້ນໝາຍຄວາມວ່າ ເລກ 1 ກາຍເປັນເລກ 7 ໄດ້ແນວໃດ ນີ້ຄື ປ ະ ເດັນທີ່ສັງຄົມສົນໃຈ.

ກ່ຽວກັບ ປ ະ ເດັນດັ່ງກ່າວ ຄາດວ່າ ບໍລິ ສັ ດ ຫ ວ ຍ ພັດທະນາລາວຈະອອກມາຊີ້ແຈງໄວໆນີ້. ຫວຍພັດທະນາລາວແມ່ນເປັນຂອງລັດ ໂດຍຂຶ້ນກັບກະຊວງການເງິນໄດ້ອອກ ເ ລ ກ 3 ຄັ້ງຕໍ່ອາທິດຄື: ທຸກໆແລງວັນຈັນ, ວັນພຸດ ແລະ ວັນສຸກ.
