ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 5 ທັນວານີ້ ວ່າ: ລັດຖະບານມີມາດຕະການຜ່ອນຜັນ ໂດຍສະເພາະການເດີນທາງລະຫວ່າງແຂວງ ຫາ ແຂວງ,
ປະເທດເຮົາໄດ້ເປີດການເດີນທາງພາຍໃນ ດ້ວຍລົດໄຟຄວາມໄວສູງຢ່າງເປັນທາງການ ທຸກຄົນກໍ່ຢາກໄປທົດລອງນັ່ງ ເຮັດໃຫ້ຍອດຈອງປີ້ ແມ່ນເຕັມທຸກວັນ.
ຄະນະສະເພາະກິດ ມີຄວາມກັງວົນ ຕໍ່ການແຜ່ເຊື້ອໂຄວິດ-19 ທີ່ມີຢູ່ທຸກແຂວງ ທີ່ເປັນສະຖານນີຕົ້ນທາງ-ປາຍທາງ ແລະ ສະຖານນີທີ່ເປັນຈຸດແວ່ຮັບເອົາຄົນໂດຍສານ.
ສະນັ້ນ ຂໍຮຽກຮ້ອງຜູ້ເດີນທາງທຸກທ່ານ ຈົ່ງປ້ອງກັນຕົນເອງຢ່າງເຂັ້ມງວດ ໃສ່ຜ້າປິດປາກ-ດັງ ແລະ ໝັ່ນລ້າງມືເລື້ອຍໆ ຕະຫຼອດການເດີນທາງ.
ອີກປະການໜຶ່ງ ຂໍໃຫ້ທຸກທ່ານຫຼີກເວັ້ນການຊຸມແຊວ, ລະມັດລະວັງສູງ ໃນການເຂົ້າຮ່ວມປະຊຸມ ຫຼື ງານອື່ນໆ ທີ່ສ່ຽງຕໍ່ການສົ່ງເຊື້ອໃຫ້ຄົນອ້ອມຂ້າງ ແລະ ສະມາຊິກໃນຄອບຄົວ.
