Breaking News

ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຢູນີເທວ ສະໜັບສະໜູນ ລັດຖະບານລາວດ້ວຍຈຳນວນເງິນ 5 ຕື້ກີບ (500,000 ໂດລາສະຫະລັດ) ເພື່ອຕ້ານ ໂ ຄ ວິ ດ

ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງການຄວບຄຸມ ແລະ ປ້ອງກັນພະຍາດ Covid-19, ໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2021, ບໍລິສັດ ບໍລິສັດສະຕາ ໂທລະຄົມ ຈໍາກັດ (UNITEL) ມອບເງິນສົດ ມູນຄ່າ 1,500,000,000 ກີບ, ມອບດາຕ້າ( DATA) ມູນຄ່າໂທ ລວມ 1,350,000,000 ກີບ ແລະ ລະບົບການຄຸ້ມຄອງຂໍ້ມູນການສັກຢາວັກຊີນ ລວມມູນຄ່າທັງໝົດ 5ຕື້ ກີບ, ເຂົ້າຮ່ວມໃນ ພິທີມອບມີ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ລີວ ເມັ້ງ ຮ່າ ຜູ້ອໍານວຍການໃຫ່ຍ ພ້ອມຄະນະອໍານວຍການຂອງບໍລິສັດ.

ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ວ່າ: ຈຸດປະສົງເພື່ອເປັນການສະໜັບສະໜູນ ແລະ ຊຸກຍູ້ໃນການເຄື່ອນໄຫວວຽກງານການຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ, ລະບົບຄຸ້ມຄອງຂໍ້ມູນສັກຢາວັກຊີນ ແລະ ໜັງສືຜ່ານແດນວັກຊີນ ທີ່ມອບໃຫ້ນໍາໃຊ້ໃນຄັ້ງນີ້ ເປັນລະບົບຄຸ້ມຄອງຂໍ້ມູນຂ່າວສານກ່ຽວກັບການສັກຢາພູມຕ້ານທານແຫ່ງຊາດ ລວມມູນຄ່າ 2 ຕື້ກີບ ສາມາດຕິດຕາມຂໍ້ມູນຂອງປະຊາຊົນ ກໍລະນີບຸກຄົນໃດທີ່ໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ-19 ເຊັ່ນ: ສາມາດກວດເບິ່ງຂໍ້ມູນປະຫວັດວັນທີທີ່ໄດ້ສັກຢາ, ຂໍ້ມູນກ່ຽວກັບຂໍ້ມູນສ່ວນຕົວອື່ນໆ ເພື່ອນໍາໃຊ້ຕາມເປົ້າໝາຍທີ່ຕ້ອງການຄຸ້ມຄອງຂໍ້ມູນໂດຍຜ່ານລະບົບ cloud computing, ຮັກສາໄດ້ຂໍ້ມູນລັບ ແລະ ຄວາມປອດໄພ, ສາມາດເກັບກໍາເວລາຕ່າງໆຖືກຕ້ອງຊັດເຈນປະຊາຊົນເອງກໍ່ຈະຮັບຮູ້ປະຫວັດຂໍ້ມູນຂອງຕົນເອງ

ພາຍຫຼັງສັກຢາແລ້ວ ລະບົບຍັງສາມາດອອກໃບຢັ້ງຢືນການສັກຢາ ແລະ ສາມາດຊອກຫາຂໍ້ມູນດ້ວຍລະບົບ QR-Code ໃນການສະແກນເບິ່ງຂໍ້ມູນເບິ່ງຢ້ອນຫຼັງ ແລະ ຂໍ້ມູນການຄຸ້ມຄອງອື່ນໆ. ໂດຍສະເພາະ ທາງກະຊວງເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ ຈະຮ່ວມມືກັບກະຊວງສາທາລະນະສຸກ ເພື່ອຈັດຕັ້ງການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍການນຳໃຊ້ລະບົບນີ້. ທ່ານລັດຖະມົນຕີຍັງໃຫ້ຮູ້ຕື່ມວ່າ, ກະຊວງເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານຍັງຈະປະສານສົມທົບກັບກະຊວງສາທາລະນະສຸກໃນການຂະຫຍາຍ ລະບົບເຕັກໂນໂລຢີຂໍ້ມູນຂ່າວສານໃນໄລຍະຕໍ່ໄປເຊັ່ນ: ລະບົບແຈ້ງການດ້ານສຸຂະພາບ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ຫົວໜ້າສະເພາະກິດຄວບຄຸມ, ສະກັດກັ້ນຕ້ານ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສະແດງຄວາມຂອບໃຈຕໍ່ນໍ້າໃຈຈາກທຸກພາກສ່ວນທີ່ເຫັນໄດ້ເຖິງຄວາມຈໍາເປັນໃນການຕ້ານການແພ່ລະບາດຂອງພະຍາດໂຄວິດ-19

ແລະ ໃຫ້ການຊ່ວຍເຫຼືອລັດຖະບານໃນວຽກງານສະກັດກັ້ນແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ເງິນ ແລະ ອຸປະກອນທີ່ໄດ້ຮັບຄັ້ງນີ້ກໍ່ຄືການປະກອບສ່ວນທີ່ສໍາຄັນໃນການສະໜັບສະໜູນແຜນປະຕິບັດງານຂອງຄະນະສະເພາະກິດ ເພື່ອຄວບຄຸມຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ຍັງຄົງຕ້ອງການການຊ່ວຍເຫຼືອຈາກທຸກຄົນທຸກພາກສ່ວນເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິທິຜົນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.