Breaking News

ຊົມເຊີຍ! ແພດໝໍສູນກາງ 103 ປິ່ນປົວຜູ້ຕິດເຊື້ອຫາຍດີແລ້ວ 22 ຄົນ

ຕາມຂ່າວຫນັງສືພິມວຽງຈັນໃຫ່ມລາຍງານໃຫ້ຮູ້ວ່າ: ປັດຈຸບັນ ໂຮງໝໍສູນກາງ 103 ກອງທັບ ສາມາດປິ່ນປົວຄົນເຈັບພະຍາດໂຄວິດ-19 ຫາຍດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວ 38 ຄົນ ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ

ໂດຍທີ່ທາງໂຮງໝໍໄດ້ເອົາໃຈໃສ່ກວດກາດ້ານພື້ນຖານໂຄງລ່າງ ສະຖານທີ່ບໍລິການ ແລະ ບັນດາເຄື່ອງມືອຸປະກອນການແພດຮັບໃຊ້ປິ່ນປົວ ແລະ ເຊີດຊູຄົນເຈັບໃຫ້ຢູ່ໃນສະພາບດີທີ່ສຸດ ແລະ ໄດ້ກະກຽມ 60 ຕຽງນອນ ເພື່ອຮັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ໃນນັ້ນມີ 6 ຕຽງນອນໄວ້ສຳລັບມໍລະສຸມຄົນເຈັບໜັກ ມີເຄື່ອງຫາຍໃຈທຽມ 6 ເຄື່ອງ ເຄື່ອງຕິດຕາມອາການຊີວິດ 6 ເຄື່ອງ ເຄື່ອງລັງສີເຄື່ອນທີ່ 1 ເຄື່ອງ ພ້ອມທັງໄດ້ຈັດຕັ້ງຄະນະຊີ້ນຳຈຳນວນ 6 ທ່ານ ແລະ 18 ໜ່ວຍງານ

ພ້ອມນັ້ນ ໄດ້ເອົາໃຈໃສ່ກວດກັ່ນຕອງຄົນເຂົ້າ-ອອກໂຮງໝໍທັງໝົດ 18.267 ຄົນ ເກັບຕົວຢ່າງໄປວິໄຈ ໄດ້ 1.282 ກໍລະນີ ສັກວັກຊີນປ້ອງກັນໂຄວິດ-19 ໄດ້ 4.979 ກໍລະນີ ຈັດສົ່ງພະນັກງານແພດໝໍໄປປະຈຳການທີ່ໂຮງໝໍພາກສະໜາມຫຼັກ 27 ຈຳນວນໜຶ່ງ ນີ້ສະແດງໃຫ້ເຫັນເຖິງການປະກອບສ່ວນຢ່າງແຂງແຮງໃນການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂຮງໝໍສູນກາງ 103 ກອງທັບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.