ຂ່າວດີ.! ໃຜທີ່ເປັນ ນັກຮຽນ, ນັກສຶກສາ ຄວນອ່ານໃຫ້ຮູ້ ມີ 3 ຈຸດທີ່ນັກສຶກສາຄິດບໍ່ເຖິງເທົ່າກັນເຊັ່ນ:
1 ສາເຫດ ທີ່ເຮັດໃຫ້ນັກສຶກສາຮຽນຈົບມາ ບໍ່ມີວຽກເຮັດງານທຳ:

ຍ້ອນການສຶກສາ ຍັງຢູ່ໃນລະດັບກາງ ແລະ ເວລາຮຽນແມ່ນບໍ່ເອົາໃຈໃສ່ມັກແຕ່ຄວາມມ່ວນຊື່ນກັບໝູ່ຄູ່ ເອົາເວລາຮຽນໜ້ອຍສຸດ ເວລາກວດກາຢາກເບິ່ງແຕ່ໝູ່ກ່າຍນຳຜູ້ອື່ນ ແຕ່ແທ້ຈິງແລ້ວຖ້າຫາກວ່າ ຜູ້ໃດທີ່ມັກເບິ່ງໝູ່ຫຼືກ່າຍໝູ່ ເຖິງວ່າຈະໄດ້ຄະແນນດີເທົ່າໃດກໍຕາມ ເວລາສະໝັກວຽກ ແມ່ນເພິ່ນຈະຖາມຄວາມຮູ້ແລະປະສົບການຂອງເຮົາເອງ ເຖິງວ່າເຮົາບໍ່ເກັ່ງ ແຕ່ເຮົາມີປະສົບການຫຼາຍຄວາມຄິດດີອາດຈະມີທາງທີ່ເປັນໄປໄດ້

2 ຮຽນແລ້ວແຕ່ບໍ່ມີເວລາໃຊ້:
ແນ່ນອນການສຶກສາບາງຄົນ ຮຽນແລ້ວແຕ່ບໍ່ມີເວລາໃຊ້ເປັນຕົວຈິງ
ເພາະວ່າ ນັກສຶກສາສ່ວນຫຼາຍຮຽນຢູ່ໂຮງຮຽນແລ້ວກັບບ້ານຈະເອົາເວລາຮຽນນັ້ນໄປຫຼິ້ນກັບບ່ອນທີ່ມ່ວນ ໄປດື່ມເຫຼົ້າ,ດື່ມເບຍນຳໝູ່ ແຕ່ຄວາມຈິງແລ້ວມັນເປັນເຫດຜົນທີ່ເຮັດໃຫ້ເຮົາບໍ່ມີໂອກາດມານຳໃຊ້ບົດຮຽນທີ່ຮຽນຜ່ານມາ ນັ້ນຈະເຮັດໃຫ້ເຮົາຂາດປະສົບການ ໃນເວລາເຂົ້າໄປສະໝັກວຽກອາດຈະເປັນຜົນກະທົບຕໍ່ຕົນເອງ ເພາະການຮຽນໃນໂຮງຮຽນມັນຈະເປັນທິດສະດີສ່ວນໃຫຍ່

3 ອາດຈະເປັນເພາະຜູ້ຮຽນ:
ນັກສຶກສາທຸກຄົນລ້ວນແຕ່ໄດ້ເຂົ້າສຶກສາຮຽນຮູ້ຄືກັນແຕ່ຄວາມຮູ້ອາດຈະຂຶ້ນກັບບຸກຄົນ ເວລາຮຽນຈົບເຂົ້າສະໝັກວຽກນຳບໍລິສັດຫຼືໂຄງການຕ່າງໆ ເພີ່ນຈະເລືອກຜູ້ທີ່ມີຄວາມຄິດດີແລະມີປະສົບການຫຼາຍ ສະນັ້ນ,ວຽກທີ່ເຮົາຈະໄດ້ເຮັດແມ່ນຂຶ້ນກັບການສຶກສາຂອງແຕ່ລະຄົນ

ຖ້າຫາກວ່າ ຜູ້ໃດມີຄວາມຄິດວ່າ ຮຽນເອົາໃບປະກາສະນິຍະບັດເທົ່ານັ້ນ ບອກໄວ້ວ່າ ໃຫ້ອອກກ່ອນທີ່ຈະເຂົ້າມາຮຽນ ເພາະຈະເຮັດໃຫ້ເສ້ຍເງິນແລະເສ້ຍຄວາມເສຍຫາຍຕໍ່ພໍ່ແມ່ທີ່ເອົາເງິນສົ່ງລູກມາຮຽນ
ຖ້າວ່າ ຜູ້ໃດມີຄວາມຄິດວ່າຮຽນຈົບບໍ່ມີອາຊີບທີ່ໝັ້ນຄົງ ແຕ່ສາມາດເຮັດວຽກນຳບໍລິສັດອຶ່ນໆ.ໃຫ້ໄດ້ເງິນຄືນທີ່ພໍ່ແມ່ສົ່ງລູກມາຮຽນ ຕ້ອງຕັ້ງໃຈເຝິກຝົນຫຼ່ໍຫຼອມຕົນເອງ,ສຶກສາຮຽນຮູ້ໃນຍາມທີ່ເປັນນັກສຶກສາໃຫ້ມີຄວາມຮູ້ພຽງພໍເພື່ອຈະໄດ້ອາຊີບທີ່ດີໃນອານາຄົດຕໍ່ໜ້າ
