Breaking News

ຄະນະຊ່ຽວຊານແພດຈີນສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອໂຄວິ ດ ຢູ່ ສປປ ລາວ

ຄະນະຊ່ຽວຊານແພດຈີນສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອໂຄວິ ດ-19 ຢູ່ ສປປ ລາວ

ວັນທີ 6 ພຶດສະພາເປັນມືທີ່ 3 ຂອງຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍ ສປປ ລາວ ໄດ້ສືບຕໍ່ເຮັດວຽກຢ່າງຕັ້ງໃຈ ເຊິງເຂົາເຈົ້າໄດ້ແບ່ງເປັນຫຼາຍຈຸເພື່ອປະຕິບັດໜ້າທີ່ຂອງໃຜຂອງລາວ. ສໍາລັບຈຸຄຸ້ມຄອງການຕິດເຊື້ອໄດ້ໄປສໍາຫຼວດຢູ່ຫ້ອງວິເຄາະແຫ່ງໜຶ່ງ ໂດຍໄດ້ກວດເບິ່ງຕົວຢ່າງທີ່ເກັບມາ ພ້ອມແລກປ່ຽນຄໍາຄິດເຫັນກ່ຽວກັບການຂ້າເຊື້ອກັບຜູ້ຊ່ຽວຊານຝ່າຍລາວ. ຈາກນັ້ນ,ຈຸດັ່ງກ່າວໄດ້ອົບຮົມດ້ານການຂ້າເຊື້ອ ແລະປ້ອງກັນພະຍາດໂຄວິ ດ-19 ໃຫ້ແກ່ພະນັກງານຂອງໂຮງແຮມແລນມາກ ເຊິ່ງເປັນໜຶ່ງໃນສະຖານທີ່ຈໍາກັດບໍລິເວນທີ່ກໍານົດໄວ້.

ສໍາລັບຈຸການຄຸ້ມຄອງການລະບາດໄດ້ໄປສໍາຫຼວດຢູ່ບັນດາໂຮງໝໍພາກສະໜາມຄື: ໂຮງໝໍຫຼັກ 27, ໂຮງໝໍລ້ານຊ້າງ ແລະໂຮງໝໍຫ້ວຍຫົງ ເພື່ອກໍາສະພາບ ແລະຈັດລຽງຂັ້ນຕອນວຽກງານຕ່າງໆ ກໍຄືເກັບກໍາຂໍ້ມູນຂອງຜູ້ຕິດເຊື້ອທີ່ກຳລັງປິ່ນປົວ ທັງໄດ້ໃຫ້ຄໍາເຫັນດ້ານວິຊາການເພື່ອປັບປຸງບັນຫາຕ່າງໆອີກດ້ວຍ.

ເຖິງແມ່ນວ່າອາກາດຢູ່ລາວຄ່ອນຂ້າງຮ້ອນບວກກັບຄະນະຊ່ຽວຊານລ້ວນແຕ່ໄດ້ໃສ່ຊຸດປ້ອງກັນທາງການແພດທີ່ໜາ ແລະອົບເອົ້າ ເນື່ອງຈາກວ່າເຂົາເຈົ້າຍັງຕັ້ງໃຈສອບຖາມສະພາບຂອງຜູ້ຕິດເຊື້ອດ້ວຍຕົນເອງ, ສະນັ້ນ, ຫຼັງຈາກແລ້ວວຽກຢູ່ໂຮງໝໍໃດໜຶ່ງ ມັກຈະເຫັນຊ່ຽວຊານເຫື່ອໄຫຼອອກຈົນປຽກໝົດໂຕເລີຍ.

ນອກນັ້ນ, ຄະນະຊ່ຽວຊານຍັງໄດ້ພາກັນຂຽນຄໍາວ່າ “ລາວສູ້ໆ” “ລາວຊະນະແນ່ນອນ” ຢູ່ເທິງຊຸດປ້ອງກັນ ເພື່ອໃຫ້ກໍາລັງໃຈກັບຜູ້ຕິດເຊື້ອກໍຄືໃຫ້ກໍາລັງໃຈແກ່ແພດໝໍລາວເຊິ່ງກັນແລະກັນ.ຂ່າວໃຫ້ຮູ້ຕື່ມວ່າ:

ຍັງມີຊ່ຽວຊານອີກຈຸໜຶ່ງໄດ້ໄປສໍາຫຼວກວຽກງານຕ່າງໆ ລວມທັງຮູ້ສະພາບການເຂົ້າ-ອອກເມືອງ, ການນໍາເຂົ້າ-ສົ່ງອອກສິນຄ້າ ກໍຄືມາດຕະການປ້ອງກັນໂຄວິດ-19 ຢູ່ດ່ານເຂົ້າ-ອອກເມືອງຢູ່ຂົວມິດຕະພາບ. ນອກນີ້ ຄະນະຊ່ຽວຊານຍັງໄດ້ສັບຊ້ອນເວລາໄປໃຫ້ຄໍາຊີ້ນໍາທາງດ້ານວິຊາການຢູ່ເຂດພັດທະນາກວມລວມໄຊເສດຖາອີກດ້ວຍ.

ຫຼັງຈາກວຽກຂອງຄະນະຊ່ຽວຊານຄ່ອຍໆເຂົ້າທີ່ເຂົ້າທາງ ເຮັດໃຫ້ຜູ້ຕິດເຊື້ອ ບໍ່ວ່າລາວຫຼືຈີນມີຄວາມໄວ້ວາງໃຈຫຼາຍຂຶ້ນ, ຢູ່ໂຮງໝໍສະໜາມຫຼັກ 27 ມີຜູ້ຕິດເຊື້ອເວົ້າກັບຊ່ຽວຊານຈີນວ່າ: ເມື່ອໄດ້ເຫັນພວກທ່ານມາ, ຂ້າພະເຈົ້າກໍຮູ້ສຶກອຸ່ນໃຈ ແລະວາງໃຈເລີຍ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.