ສະບາຍດີຫມູ່ເພື່ອນຊາວເຟດບຸກທຸກຄົນ ນີ້ອາດເປັນຫລັກຖານຂັ້ນຕົ້ນ ທີ່ຂ້ອຍໄດ້ສະແດງຄວາມບໍລິສຸດຂອງຕົວເອງ.

👉ຈາກເຫດການທີ່ເຟດບຸກຂອງຂ້ອຍ ຖືກຜູ້ບໍ່ຫວັງດີເອົາໄປຕັດຕໍ່ຂໍ້ຄວາມ👈ຈົນເຮັດໃຫ້ຂ້ອຍເສຍຫາຍ ພໍ່ແມ່ອ້າຍເອື້ອຍນ້ອງ ຕ້ອງເສຍຫນ້າເສຍຕາ ອັບອາຍ

ຈົນເຮັດໃຫ້ສັງຄົມເຂົ້າໃຈຜິດດູຖູກດ່າປະຈານ ແຕ່ຂ້ອຍກໍ່ບໍ່ໄດ້ນິ່ງນອນໃຈ ໄດ້ປຶກສ່າກັບຜູ້ຮູ້ແລະໄດ້ໄປແຈ້ງຕໍ່ເຈົ້າຫນ້າທີ່ ນະຄອນບານ ນະຄອນຫລວງ ເພື່ອເປັນຫລັກຖານ

ແລະດຳເນີນການກັບບຸກຄົນທີ່ຕັດຕໍ່ຂໍ້ຄວາມ ຂອງຂ້ອຍ ຈາກນີ້ໄປແມ່ນຂ້ອຍມອບໃຫ້ຕຳຫລວດດຳເນີນການຕາມກົດຫມາຍຂອງບ້ານເມືອງຕໍ່ໄປ ແລະຂ້ອຍເຊື່ອວ່າ.
ຕຳຫລວດລາວເກັ່ງ ຕ້ອງຈັບເອົາຄົນຜິດມາຮັບໂທດຈົນໄດ້ ❌ ຝາກເຖິງ ເພດ ເຟດ ແລະບຸກຄົນໃດ ທີ່ເຄີຍດ່າເຄີຍປ້ອຍ ດ່າຍາດຕິໂກໂຫຕິກາຂອງຂ້ອຍ.

ໂດຍຮູ້ເທົ່າບໍ່ເຖິງການ ຕັ້ງໃຈຫລືບໍ່ຕັ້ງໃຈກໍ່ຕາມ 👉 ເສບຂ່າວຕ້ອງເສບໃຫ້ມີສະຕິ 👈 ຢ່າຮ່າວໄດ້ຮ່າວດ່າ ຢ່າຢຽບເຂົາຈົມດິນ ໂດຍທີ່ພວກເຈົ້າບໍ່ຟັງຫນ້າຟັງຫລັງ ດູຖູກຢຽດຫຍາມເຂົາໂດຍທີ່ເຂົາບໍ່ໄດ້ເປັນຄົນຜິດ ກ່ອນສິຕັດສິນຄົນວ່າຜິດຫລືຊົ່ວ ຕ້ອງຖາມເບີ່ງຕົ້ນສາຍປາຍເຫດ ພິຈາລະນາ ມີສິຕິ ເບີ່ງເຫດແລະຜົນ.
👉ບໍ່ແມ່ນສອນພວກເຈົ້າເດີ່ ຂ້ອຍເກີດມາແຕ່ນ້ອຍຈົນເຖົ້າຊຳ່ນີ້ນະ ແລະອາຊີບກະເປັນແມ່ຄ້າອອນລາຍຂາຍກະເປົາມາ 6-7 ປີມາລະ ບໍ່ເຄີຍເຈີບັນຫາແບບນີ້ ແລະບໍ່ເຄີຍມີຈິດໃຈສິແບ່ງແຍກ ດູຖູກຊົນເຜົ່າຢ່າງເດັດຂາດ❌ ຂ້ອຍກໍ່ເປັນລູກຊາວໄຮ່ຊາວນາຫາເຊົ້າກິນຄຳ່ບໍ່ເຄີຍລືມກຳພືດຂອງເຈົ້າຂອງ 👌ເຈີບັນຫາແບບນີ້ ສອນໃຫ້ຂ້ອຍຮູ້ວ່າ ການສຶກສາ ຫລືລຳ່ລວຍ ຊຳ່ໃດ ກໍ່ບໍ່ບອກເຖິງຕົວຕົນ ຄຳເວົ້າອອກຈາກປາກຕ່າງຫາກ ທີ່ບົ່ງບອກເຖິງຕົວຕົນ ຂອງບຸກຄົນນັ້ນ👌
👍ແລະຂອບໃຈສຳຫລັບກຳລັງໃຈຂອງພີ່ໆນ້ອງໆລູກໆຫລານໆ ຫມູ່ເພື່ອນ ຄົນຮັກແພງ ທີ່ເຊື່ອໃນໂຕຂ້ອຍແລະໃຫ້ກຳລັງໃຈຢູ່ຄຽງຂ້າງຕະຫລອດມາ🙏🙏🙏🙏🙏🙏
