ດ່ວນ! ທີມງານ ນັກຮ້ອງ, ສິນລະປິນມົ້ງ ຊ່າງພາບຕ່າງໆ ມາຊີ້ແຈງເລີຶ່ອງເຮັດທຸກໄດ້ລໍຖ້າ

ພວກຂ້າພະເຈົ້າຕ້ອງຂໍໂທດ ແລະ ຂໍອະໄພ ຫຼາຍໆ ທີ່ບໍ່ສາມາດແຈກໄດ້ຕາມແຈ້ງການທີ່ພວກຂ້າພະເຈົ້າໄດ້ປະກາດອອກໄປນັ້ນ, ເນື້ອງຈາກວ່າ ຈຳນວນຄົນທີ່ມາຮັບເຄື່ອງແມ່ນຫຼາຍເກີນຄາດ ເຊິ່ງ ເຮັດໃຫ້ສະຖານະການແອອັດ ແລະ ອາດຈະມີຄວາມສ່ຽງໃນການແຜ່ເຊື້ອຂອງພະຍາດລະບາດຂອງ Covid19.

ສະນັ້ນ, ເພື່ອຮັບປະກັນຄວາມປອດໄພຂອງພໍ່ແມ່ປະຊາຊົນກໍ່ຄືພວກຂ້າພະເຈົ້າທາງທີມງານ ຄືກັນ ເພື່ອບໍ່ໃຫ້ເປັນພາລະຂອງພາກລັດໃນການແກ້ໄຂບັນຫາໂລກລະບາດດັ່ງກ່າວ.

ດັ່ງນັ້ນ, ພວກຂ້າພະເຈົ້າຈິ່ງໄດ້ມອບເຄື່ອງຂອງດັ່ງກ່າວໃຫ້ກັບ ທາງ ຄະນະອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ມອບໃຫ້ນ້ອງນັກສຶກສາ (ອີກເທື່ອໜຶ່ງຕ້ອງຂໍອະໄພນຳອ້າຍເອື້ອຍນ້ອງ, ນັກຮຽນນັກສຶກສາ ແລະ ພໍ່ແມ່ປະຊາຊົນທີ່ເສຍເວລາໃນການມາຖ້າຮັບເຄືອ່ງເປັນເວລາດົນ 🙏🙏🙏) ຂໍຂອບໃຈນຳທຸກໆຄົນຫຼາຍໆ ທີ່ເຂົ້າໃຈ ແລະ ເຫັນໃຈພວກຂ້າພະເຈົ້າ. 🙏
