ສຶກສາຮຽນຮູ້ "ການຈັດລຽງລຳດັບກ່ອນ ແລະ ຫຼັງຕາມທຳນຽມປະເພນີຫົດສົງພຣະບາງພຸດທະລາວັນ ໃນວັນກຸດສົງການປີໃໝ່ລາວ ແມ່ນມີກະຕິກາຕ້ອງໄດ້ປະຕິບັດ"(1) ອັນດັບ 01 ແມ່ນ ປູ່ເຍີ ຍ່າເຍີ: ເມື່ອກ່ອນຕັ້ງແຕ່ສະໄໝຂຸນລໍຕົ້ນກຳເນິດປະຫວັດສາດຕາມລໍາດັບມາຊາວລາວພວກເຮົາຖືຜີ ຈົນມີນະວະນິທານເລື່ອງປູ່ເຍີ ຍ່າເຍີ ກັບສິງຄໍາ,ນໍ້າເຕົ້າປຸງ ແລະ ເຄືອເຂົາກາດ, ຈິ່ງເກີດມີການສ້າງຮຸ່ນຈໍາລອງ ປູ່ເຍີ ຍ່າເຍີ ລ້ຽງສິງຄໍາໄວ້ໂຕໜຶ່ງ ເຊິ່ງເປັນໂຕແທນ ອັນເປັນສິ່ງທີ່ນັບຖືໃນສະໄໝນັ້ນ ແລະ ປູ່ເຍີ ຍ່າເຍີ ກໍເລີຍໄດ້ມາເປັນຜູ້ສົງພຣະບາງເປັນອັນດັບທີ່ໜຶ່ງ;(2) ອັນດັບ 02 ແມ່ນ ພຣະສົງ: ມາຮອດສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ ເພິ່ນໄດ້ນໍາເອົາພຣະບາງ ແລະ ສາສນາພຸທ ນິກາຍລັງກາວົງເຂົ້າມາປະດິດສະຖານໄວ້ໃນປະເທດເຮົາ ທໍາການລົບລ້າງລັດທິຜີສາງນາງໄມ້ ແລະ ພຣະສົງກໍເລີຍໄດ້ມາສົງພຣະບາງເປັນອັນດັບທີ່ສອງ;(3) ອັນດັບ 03 ແມ່ນ ພາມຂາວທັງແປດ: ພຣະເຈົ້າແຜ່ນດິນສະໄໝນັ້ນ, ບໍ່ວ່າຈະນອນຝັນ ຫຼື ມີລາງສັງຫອນອັນໃດອັນໜຶ່ງ ຫຼື ຈະຕັດສິນໃຈເຮັດອັນໃດລົງໄປ ກໍຕ້ອງອີງຕາມພາມທັງແປດເປັນຜູ້ທໍານາຍທາຍທັກເສຍກ່ອນ, ພາມທັງແປດຈິ່ງໄດ້ມາສົງພຣະບາງເປັນອັນດັບທີ່ສາມ;(4) ອັນດັບ 04 ແມ່ນ ການນຳ: ຝ່າຍປົກຄອງປະເທດຊາດບ້ານເມືອງ ທີ່ອີງອາໄສຂອງສາມຢ່າງດັ່ງກ່າວຂ້າງເທິງ ເປັນຖານແຫ່ງຮີດຄອງປະເພນີ ຈື່ງໄດ້ສົງພຣະບາງເປັນອັນດັບທີ່ສີ່;(5) ອັນດັບ 05 ແມ່ນຕົວແທນບັນດາເຜົ່າຊົນ, ວົງສາຄານະຍາດແຫ່ງຊາດລາວເຮົາປະກອບດ້ວຍບັນດາເຜົ່າຕ່າງໆ ປອງດອງສາມັກຄີກັນສ້າງສາບ້ານເມືອງລາວ ມີຫຼາກຫຼາຍສີສັນຂະນົບທຳນຽມປະເພນີພາສາປາກເວົ້າພາສາຂຽນແບບບູຮານ ມີພາສາຂຽນແບບປັດຈຸບັນ ມີພາສາປາເວົ້າພັດທະນາການຕາມຍຸກທີ່ທັນສະໄໝ ມີຫຼາຍຊົນຊາດຊົນເຜົ່າເໝືອນດອກໄມ້ທີ່ມີຫຼາຍສີ ແລະ ຖືກສອດຮ້ອຍປະສົມປະສານເຂົ້າເປັນພວງມາໄລໃນລູກແຄນດຽວກັນ, ດັ່ງນັ້ນຊົນເຜົ່າຕ່າງໆ ຈິ່ງໄດ້ສົງພຣະບາງເປັນອັນດັບທີ່ຫ້າ;(6) ອັນດັບທີ 06 ແມ່ນນາງສັງຂານ ລູກສາວທ້າວກະບິນລະພົມທັງເຈັດນາງ ປະຕິບັດຕາມຕຳນານກຸດສົງການປີໃໝ່ລາວ (ຍ້ອນສະພາບການລະບາດ COVID-19 ໃນສອງປີຜ່ານມາແລ້ວ ແມ່ນບໍມີການປະກວດນາງສັງຂານ ມາຮ່ວມໃນພິມີອັນມີຄວາມໝາຍສຳຄັນນີ້);(7). ອັນດັບທີ 07 ອັນດັບຫຼ້າສຸດ ແມ່ນ ປະຊາຊົນທົ່ວໆໄປ ຫຼື ໜື່ງໃນບັນດາທ່ານໆທີ່ເກືອບພາດໂອກາດ, ດັ່ງສຸພາສິດບູຮານລາວໄດ້ກ່າວໄວ້ວ່າ "ໄມ້ລໍາດຽວລ້ອມຮົ້ວບໍໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ", ປະຊາຊົນພົນລະເມືອງທຸກຊົນຊາດຊົນເຜົາໃນປະເທດຊາດຂອງເຮົາ ພ້ອມພຽງກັນຮັກສາບ້ານເກີດເມືອງນອນ ຮັກສາດິນແດນ ຮັກສາທຸກຢ່າງທີ່ເປັນຂອງຕົນເອງ ທີ່ເປັນຂອງຊາດບ້ານເມືອງ ບໍ່ວ່າຍຸກໃດສະໄໝໃດ ແລະ ປະຕິບັດຕາມຂອງສາຍການປົກຄອງ ໄດ້ສົງພຣະບາງ.ໄຜຈະເປັນຜູ້ທ້າຍສຸດພາຍໃນປີ ຈສ 1383, ເຊົ້າວັນນີ້ 19 ເມສາ 2021 ແມ່ນຈະໄດ້ມີພິທີອັງເຊີນ "ພຣະບາງພຸດທະລາວັນ" ກັບຄືນປະດິດສະຖານພາຍໃນຫໍພະບາງ ເຂດພິພິດທະພັນແຫ່ງຊາດ.