Breaking News

ຂ່າວດີ! ນ້ອງລິຊ່າໄດ້ຮັບການປິ່ນປົວຫາຍດີ ແລະກຳລັງຈະໄດ້ອອກໂຮງຫມໍແລ້ວ

ຍ້ອນກັບໄປເມື່ອວັນທີ 28 ເມສາ 2021 ທີ່ຜ່ານມາ, ຄຶດວ່າຫຼາຍຄົນຈະຍັງຄົງຈຳໄດ້ດີທີ່ໂຊຊຽວມີເດຍ ໄດ້ສະເໜີຂ່າວ ຫຼານນ້ອຍ “ພອນທິວາ ຜ່ານພູວົງ” ຫຼື “ລີຊ້າ” ໃນໄວພຽງ 7 ປີ ກຳລັງກ້າວຂາຂຶ້ນລົງໂຮງໝໍດ້ວຍນໍ້າຕາຊຶມເບົ້າ, ອ້າງວ້າງ, ໂດດດ່ຽວ ດຽວດາຍ ທ່າມກາງຫົວໃຈຊິສະຫຼາຍຂອງພໍ່ແມ່ພີ່ນ້ອງ ທີ່ເຮັດໄດ້ພຽງແຕ່ແນມເບິ່ງ ແລະ ໂບກມື ສົ່ງຫຼານນ້ອຍຈົນສຸດເສັ້ນທາງ….ຍ້ອນຫຼານ “ລີຊ້າ” ໄດ້ກາຍເປັນເຍື່ອ ທີ 526 ຂອງພະຍາດ ໂຄວິດ 19 ໃນ ສປປລ ລາວ ໄປແລ້ວ ນັ້ນເອງ!!!!

ຫຼັງຈາກໄປປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ໂດຍໄດ້ຮັບການເອົາໃຈໃສ່ດູແລເປັນຢ່າງດີ ຈາກແພດໝໍ, ພະຍາບານ ແລະ ໄດ້ຮັບກຳລັງໃຈຢ່າງລົ້ນເຫຼືອຈາກຜູ້ປ່ວຍນຳກັນ ໂດຍສະເພາະ ໄດ້ຢູ່ໃກ້ຊິດກັບຜູ້ເປັນແມ່ຂອງຫຼານນ້ອຍເອງ ທີ່ເປັນຜູ້ປ່ວຍໂຄວິດຄືກັນ ແລະ ໄດ້ມາເຂົ້າໂຮງໝໍກ່ອນຫຼານນ້ອຍຈະມາພຽງ 3 ວັນ, ເຮັດໃຫ້ຫຼານນ້ອຍມີກຳລັງໃຈທີ່ດີ ແລະ ເຂັ້ມແຂງ. ຈົນຮອດມື້ນີ້ ອາການຂອງຫຼານນ້ອຍ ລີຊ້າ ໄດ້ແຂງແຮງ ແລະ ດີຂຶ້ນຕາມລຳດັບ ຮູ້ມາວ່າກຳລັງຈະໄດ້ອອກໂຮງໝໍໃນໄວໆນີ້ແລ້ວ ເຊິ່ງນັບເປັນຂ່າວດີທີ່ສຸດ ສຳລັບຄອບຄົວ, ຍາດຕິພີ່ນ້ອງ ກໍຄືຜູ້ທີ່ຕິດຕາມໃຫ້ກຳລັງໃຈຫຼານນ້ອຍຄົນນີ້ ຕະຫຼອດມາ.

ອີງຕາມຂໍ້ມູນຈາກກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 (Covid 19) ໃຫ້ຮູ້ວ່າມາຮອດປະຈຸບັນ ມີຜູ້ຕິດເຊື້ອໂຄວິດ 19 ເປັນເດັກທີ່ຕໍ່າກວ່າອາຍຸ 5 ປີ ມີ 6 ຄົນໃນນັ້ນໜ້າເປັນຫ່ວງທີ່ສຸດ ຄືມີຜູ້ອາຍຸຕໍ່າສຸດແມ່ນ 2 ເດືອນ. ຂະນະດຽວກັນ, ຍັງພົບຜູ້ຕິດເຊືອທີ່ສູງອາຍຸຫຼາຍກວ່າ 60 ປີ ມີ 6 ຄົນ ແລະ ໃນນັ້ນສູງສຸດ ແມ່ນ 90 ປີ ໜຶ່ງຄົນ!

ທັງໝົດນີ້ ສະແດງໃຫ້ເຫັນວ່າ ເຊື້ອໂຣກຮ້າຍສະນິດນີ້ ກຳລັງຄຸກຄາມມະນຸດຢ່າງຮ້າຍແຮງ ໂດຍບໍ່ມີຍົກເວັ້ນເພດ, ໄວ ຫຼື ເຊື້ອຊາດສັນຊາດໃດທັງນັ້ນ. ມັນອັນຕະລາຍເກີນກວ່າທີ່ພວກເຮົາຄິດ!ຂໍໃຫ້ພາບຂອງຫຼານນ້ອຍລີຊ້າ ທີ່ມີລົດໂຮງໝໍມາຮັບຢູ່ໜ້າບ້ານ ແລ້ວພາກນ້ອງໄປຈາກອ້ອມອົກຂອງພໍ່ແມ່ພີ່ນ້ອງ ໃຫ້ເປັນເປັນພາບສຸດທ້າຍສາທ້ອນ! ເຊື່ອວ່າຫົວອົກພໍ່ແມ່ທຸກຄົນຄົງບໍ່ຢາກເຫັນພາບແບບນີ້ ແລະ ບໍ່ຢາກມີວັນນັ້ນອີກແນ່ນອນ!

ໂດຍ ຄົນຂ້າງສະໜາມ(ຂໍຂອບໃຈຂໍ້ມູນ ແລະ ເຈົ້າຂອງພາບ)

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.