Breaking News

ຄະນະຊ່ຽວຊານແພດຈີນ ສືບຕໍ່ປະຕິບັດວຽກງານຕອບໂຕ້ໂຄວິດ ຢູ່ ສປປ ລາວຢ່າງອົດທົນທີ່ສຸດ

ຄະນະຊ່ຽວຊານແພດຈີນ ສືບຕໍ່ປະຕິບັດວຽກງານຕອບໂຕ້ໂຄວິດ ຢູ່ ສປປ ລາວຢ່າງອົດທົນທີ່ສຸດວັນທີ 7 ພຶດສະພາເປັນມືທີ່ 4 ທີ່ຄະນະຊ່ຽວຊານການແພດຈີນໄດ້ມາຊ່ວຍ ສປປ ລາວ.

ໃນຕອນເຊົ້າຈຸຄຸ້ມຄອງການລະບາດໄດ້ແບ່ງເປັນສອງກຸ່ມ ເພື່ອຕີດຕາມເກັບກໍາຂໍ້ມູນ ແລະເຮັດວຽກຢູ່ສະຖານທີ່ເກັບຕົວຢ່າງຕ່າງໆ ພ້ອມທັງແນະຂັ້ນຕອນຕ່າງໆໃນການເກັບຕົວຢ່າງໃຫ້ກັບແພດໝໍລາວ ລວມທັງມາດຕະຖານໃນການກໍານົດຜູ້ສໍາຜັດໃກ້ຊິດ, ການຂ້າເຊື້ອຢູ່ສະຖານທີ່ເກັບຕົວຢ່າງ ແລະອື່ນໆ.

ທ່ານ ຫວາງຈ້ຽນຄຸນ ຫົວໜ້າຄະນະຊ່ຽວຊານການແພດຈີນໄດ້ນໍາພາຈຸໜຶ່ງໄປສໍາຫຼວດຢູ່ເຂດຕະຫຼາດຊັ່ງຈ່ຽງ ເຊິ່ງເປັນເຂດທີ່ຄົນຈີນດໍາລົງຊີວິດ ແລະດໍາເນີນທຸລະກິດເປັນຈໍານວນຫຼວງຫຼາຍ. ປັດຈຸບັນຍັງໄດ້ເປັນໜຶ່ງໃນສະຖານທີ່ສັກຢາວັກຊີນ ເຊິ່ງຈຸຊ່ຽວຊານວະເພາະດ້ານໄດ້ຊີ້ນໍາ ແລະອົບຮົມໃຫ້ແພດໝໍທີ່ປະຈໍາກ່ຽວກັບມາດຕະຖານການສັກຢາ ແລະການຮັບມືກັບກໍລະນີສຸກເສີນນໍາອີກ ທັງໄດ້ແນະນໍາປັບປຸງມາດຕະການປ້ອງກັນການຕິດເຊື້ອຕື່ມອີກ.

ຢູ່ກະຊວງສາທາລະນະສຸກ, ຊ່ຽວຊານອີກຈຸໜຶ່ງໄດ້ອົບຮົມ ໍ ແລະແລກປ່ຽນຄໍາຄິດຄໍາເຫັນກັບບັນດາພະນັກງານຫຼັກແຫຼ່ງຂອງກະຊວງ ພາຍໃຕ້ຫົວຂໍ້ເຕັກນິກການປ້ອງກັນ ແລະຄວບຄຸມການລະບາດພາຍໃນໂຮງໝໍ ແລະຄວາມຮູ້ກ່ຽວກັບວັກຊິນ ເຊິ່ງການຝຶກອົບຮົມໄດ້ດໍາເນີນໄປຢ່າງກົງໄປກົງມາ. ນອກນີ້, ຍັງມີຄະນະຊ່ຽວຊານບາງຈຸໄດ້ໄປອົບຮົມກ່ຽວກັບການປ້ອງກັນໂຄວິດ-19 ຢູ່ບາງບໍລິສັດລາວ ແລະຈີນ.

ພິເສດໃນຕອນຄ່ໍາຂອງມື້ດຽວກັນ, ມີຄົນຈີນ 1 ຄົນທີ່ເປັນຜູ້ຕິດເຊື້ອໂຄວິດ-19 ທີ່ພວມຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ຄົນເຈັບຜູ້ນັ້ນໄດ້ກ່າວວ່າ: ມີອາການປວດໂຕ, ເບື່ອອາຫານ 2 ມື້, ໄຂ້ສູງ ແລະຕາມົວ ເຊິ່ງຄະນະຊ່ຽວຊານແພດຈີນກໍໄດ້ໄປຊ່ວຍປິ່ນປົວຄົນເຈັບນີ້ຢ່າງຮີບດ່ວນ. ພາຍໃຕ້ຄວາມຮ່ວມໄມ້ຮ່ວມມື ແລະພະຍາຍາມຢ່າງສຸດຂີດຂອງຊ່ຽວຊານຈີນ ແລະແພດໝໍລາວ ເປັນເວລາ ຫຼາຍຊົ່ວໂມງຢ່າງຕໍ່ເນື່ອງ, ໃນທີ່ສຸດ ຄົນເຈັບດັ່ງກ່າວໄດ້ຮັບການປິ່ນປົວ ແລະຟື້ນຟູຢ່າງປອດໄພ.

ຫຼັງຈາກຖອດຊຸດປ້ອງກັນ ເຫັນໄດ້ວ່າຄະນະຊ່ຽວຊານຈີນມີເຫື່ອອອກໝົດໂຕ ແຕ່ສາຍຕາທີ່ໜັກແໜ້ນໄດ້ສົ່ງສານຍານວ່າ: ປ້ອງກັນຄວາມປອດໄພທາງດ້ານຊີວິດເປັນໜ້າທີ່ຂອງທ່ານໝໍ, ທຸກສິ່ງທຸກຢ່າງແມ່ນເຮັດເພື່ອປະຊາຊົນ.

ພາຍຫຼັງທີ່ຄະນະຊ່ຽວຊານໄດ້ກັບມາທີ່ພັກ ກໍ່ເປັນເວລາ 23.30 ໂມງແລ້ວ ເຊິ່ງພວກເພິ່ນຍັງໄດ້ສະຫຼຸບວຽກປະຈໍາວັນ ແລະວາງແຜນສໍາລັບມື້ຕໍ່ມາ. ຂໍໜຶ່ງແຊໜຶ່ງກຳລັງໃຈ ໃຫ້ກັບຄະນະຊ່ຽວຊານແພດຈີນກໍຄືພະນັກງານແພດໝໍລາວທຸກໆທ່ານເດີ.

ພາບ-ຂ່າວ: cri

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.