Breaking News

ຊົມເຊີຍ! ແພດຫມໍລາວປິ່ນປົວຜູ້ຕິດເຊື້ອຫາຍດີແລ້ວທັງໝົດ 150 ຄົນ

ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວໃນວັນທີ 8 ພຶດສະພານີ້ ທີ່ກະຊວງສາທາລະນະສຸກວ່າ: ສຳລັບ ສປປ ລາວ ມາຮອດປັດຈຸບັນ ມີລາຍງານຜູ້ຕິດເຊື້ອທັງໝົດ 1.233 ຄົນ ( ໃໝ່ 28) ບໍ່ມີຜູ້ເສຍຊີວິດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີທັງໝົດ 150 ຄົນ, ໃນວັນທີ 7 ພຶດສະພາ 2021 ຄົນເຈັບໄດ້ອອກໂຮງໝໍ 28 ຄົນໃນນັ້ນນະຄອນຫຼວງວຽງຈັນ 16 ຄົນ, ແຂວງວຽງຈັນ 3 ຄົນ, ຄຳມ່ວນ 1, ຈຳປາສັກ 3 ຄົນ ແລະ ສາລະວັນ 5 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1.083 ຄົນ, ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 28 ຄົນ (ກໍລະນີຢັ້ງຢືນທີ 1.206 – 1.233) ສຳລັບຄົນເຈັບຕິດເຊື້ອໃໝ່ໃນ 28 ຄົນ ຢູ່ນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ອຸດົມໄຊ ແລະ ແຂວງວຽງຈັນມີ 23 ຄົນ ແມ່ນຕິດເຊື້ອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 5 ຄົນ ແມ່ນກໍລະນີນຳເຂົ້າຈາກຕ່າງປະເທດ (ແຂວງຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ). ພາຍຫຼັງພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ກໍໄດ້ລົງສອບສວນ, ສອບຖາມປະ ຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.

ໃນວັນທີ 7 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.588, ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ນະຄອນຫຼວງວຽງຈັນ 8, ສະຫວັນນະເຂດ 3, ຈຳປາສັກ 3, ບໍ່ແກ້ວ 12, ອຸດົມໄຊ 1 ແລະ ວຽງຈັນ 1, ໃນວັນທີ 7 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມ ທັງໝົດ 2.333 ຄົນ, ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.519 ຄົນ, ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 63 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 751 ຄົນ, ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 0 ຄົນ, ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19, ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 50 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3.129 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

ຕໍ່ກັບສະພາບການລະບາດຂອງພະຍາດໃນປະເທດເຮົາເລີ່ມແຕ່ກາງເດືອນເມສາ 2021 ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ມີການວາງມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຢ່າງເຂັ້ມງວດ ຄືການປະຕິບັດມາດຕະການ 15/ນຍ ຮອດວັນທີ 20 ພຶດສະພາ 2021 ໂດຍການປະຕິບັດປິດການເຂົ້າ-ອອກເພື່ອສະກັດກັ້ນການແຜ່ເຊື້ອພະຍາດເພີ່ມຈຸດ ເກັບຕົວຢ່າງ ກວດຊອກເຊື້ອໂຄວິດ-19 ເພື່ອຄົ້ນຫາຜູ້ສຳຜັດ ແລະ ກຸ່ມສ່ຽງໃຫ້ໄດ້ຫຼາຍຂຶ້ນ ສຳລັບນະຄອນຫຼວງວຽງຈັນມີ ໂຮງໝໍເສດຖາທິລາດ ແລະ ໂຮງໝໍມິດຕະພາບ, ມສ ສີໂຄດ, ມສ ລາວ-ຫວຽດ, ສະໜາມກິລາເຈົ້າອານຸວົງ, ປະຕິບັດມາດຕະການປ້ອງກັນການຕິດເຊື້ອໃນສັງຄົມ ສົມທົບເລັ່ງການໃຫ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ໂດຍການເພີ່ມຈຸດບໍລິການໃຫ້ຢາວັກຊິນແກ່ກຸ່ມເປົ້າໝາຍໃນທົ່ວປະເທດ, ສຳລັບນະຄອນຫຼວງ ນອກຈາກໂຮງໝໍເມືອງແລ້ວ ຈະມີຈຸດບໍລິການຄື : ມວສ ດົງໂພສີ, ສູນການຄ້າວຽງຈັນເຊັນເຕີ, ສູນກາງຄ້າຊັງຈ່ຽງ, ສູນການຄ້າລາວ-ໄອເຕັກ ແລະ ກຳລັງປະຕິບັດການເຄື່ອນທີ່ໄປສັກຢູ່ແຕ່ລະກະຊວງໃຫ້ສຳເລັດໂດຍໄວ, ໃນສະພາບປັດຈຸບັນທຸກຄົນໃນສັງຄົມຕ້ອງເອົາໃຈໃສ່ ພ້ອມທັງເປັນເຈົ້າການນຳກັນ ຖ້າຫາກວ່າຕົວທ່ານເອງ ຄົນໃກ້ຊິດ ລູກຫຼານ ຫາກເປັນຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ໄດ້ໄປໃນສະຖານທີ່ສ່ຽງແມ່ນຕ້ອງໄດ້ແຍກໂຕເອງອອກຈາກຄອບຄົວຄົນໃກ້ຊິດ ພ້ອມທັງໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວ ຕາມຈຸດບໍລິການເກັບຕົວຢ່າງທີ່ທາງຄະນະສະເພາະກິດກຳນົດໄວ້ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກ, ຖ້າການກວດໃຫ້ຜົນບວກແພດຈະແຈ້ງ ແລະ ມາຮັບໄປປິ່ນປົວ, ຖ້າຜົນລົບແມ່ນທ່ານຈະບໍ່ໄດ້ຮັບການໂທແຈ້ງ ແຕ່ທ່ານຍັງຕ້ອງສືບຕໍ່ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ.

ສະນັ້ນຂໍການຮ່ວມມືຈາກບັນດາທ່ານໃນເວລາໄປກວດຕົວຢ່າງຂໍໃຫ້ໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຈະແຈ້ງ ຊື່ນາມສະກຸນ ອາຍຸ ບ້ານຢູ່ ແລະ ເບີໂທລະສັບຕິດຕໍ່ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາທ່ານໃນເວລາໄດ້ຜົນກວດ ແລະ ໃນຄຳສັ່ງເລກທີ 15/ນຍ ນັ້ນແມ່ນມີ 18 ຂໍ້ ຊຶ່ງພົວພັນກັບຫຼາຍຂະແໜງການ ດັ່ງນັ້ນການລາຍງານຂ່າວປະຈຳວັນແຕ່ລະມື້ ນອກຈາກລາຍງານວຽກງານດ້ານສາທາລະນະສຸກ ແລ້ວ ໃນບາງມື້ກໍຈະມີພາກສ່ວນທີ່ກ່ຽວຂ້ອງມາຮ່ວມ ເພື່ອລາຍງານກ່ຽວກັບການປະຕິບັດຄຳສັ່ງ 15/ນຍ ຂອງແຕ່ລະພາກສ່ວນ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການປະຕິບັດວຽກງານຄວບຄຸມພະຍາດ ໂຄວີດ 19 ຂອງ ແຕ່ລະພາກສ່ວນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.