Breaking News

ກຳລັງ ປກຊ-ປກສ ແຂວງສະຫັວນນະເຂດ ເຂັ້ມງວດກວດກາລາດຕະເວນຕາມລໍາແມ່ນໍ້າຂອງ

ກຳລັງ ປກຊ-ປກສ ແຂວງສະຫັວນນະເຂດ ເຂັ້ມງວດກວດກາລາດຕະເວນຕາມລໍາແມ່ນໍ້າຂອງ

+ ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ແລະ ປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງສະຫວັນນະເຂດ ແລະ ແຈ້ງ ການຂອງເຈົ້ານະຄອນໄກສອນພົມວິຫານ ກ່ຽວ ກັບການເພີ່ມທະວີວຽກງານປ້ອງກັນແຮງງານລາວທີ່ລັກລອບເຂົ້າ-ອອກເມືອງຕາມຊາຍແດນ ລາວ- ໄທ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ສະນັ້ນ,

ໃນວັນທີ 4 ພຶດສະພາ 2021 ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ໄດ້ເພີ່ມທະວີເຄື່ອນໄຫວກວດກາລາດຕະເວນຕາມຈຸດຂ້າມລອຍລຽບຕາມຊາຍແດນແມ່ນ້ຳຂອງຢ່າງເຂັ້ມງວດ ນໍາພາໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ພັນວິໄລ ລາດສະຍົນ ຫົວໜ້າຫ້ອງເສນາທິ ການ ກອງບັນຊາການທະຫານແຂວງ,ພ້ອມດ້ວຍຄະນະ ກອງຮ້ອຍທະຫານຊາຍແດນ.

+ ການລົງກວດກາລາດຕະເວນໃນຄັ້ງນີ້, ບັນດາເຈົ້າໜ້າທີ່ໄດ້ເລັ່ງກວດກາການເຄື່ອນໄຫວຂອງບັນ ດາເຮືອຢູ່ຕາມລໍາແມ່ນໍ້າຂອງ, ເລີ່ມແຕ່ດ່ານທ່າ ເຮືອ ຫາ ຈຸດທ່າບ້ານດອນເຊັງ ເພື່ອປ້ອງກັນຕ້ານ ແລະ ສະກັດກັ້ນບໍ່ໃຫ້ແຮງລາວທີ່ມີການລັກລອບຂ້າມມາທາງເຮືອນ້ອຍ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍບໍ່ໄດ້ກວດກາກັ່ນກອງວັດແທກອຸນະພູມ ຫຼື ສູນກັກຕົວ 14 ວັນ ເພື່ອຊອກຫາເຊື້ອພະຍາດໂຄວິດ-19, ເປັນຕົ້ນແມ່ນບ້ານທີ່ມີຊາຍ ແດນຕິດກັບປະເທດເພື່ອນບ້ານ, ໂດຍສະເພາະແມ່ນເຈົ້າຂອງເຮືອທຸກປະເພດເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆໃຫ້ຢຸດຕິການເດີນເຮືອ ຊົ່ວຄາວຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ ເພື່ອຫຼີກລ້ຽງການລັກລອບຂົນສົ່ງແຮງງານລາວລັກລອບຂ້າມມາທີ່ບໍ່ຖືກຕ້ອງ ແລະ ການຂົນສົ່ງສິນຄ້າແລະອື່ນໆ, ຫ້າມບໍ່ໃຫ້ບຸກ ຄົນໃດເອົາເຮືອໄປຮັບແຮງງານຈາກປະເພື່ອນບ້ານ, ພ້ອມທັງຈັດຕັ້ງກໍາລັງ ປກຊ-ປກສ, ກອງຫຼອນບ້ານ ປ້ອງກັນເວນຍາມ ເພື່ອກວດກາລາດ ຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນບັນດາປະເທດໃນໂລກຍັງມີສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ທີ່ມີການລະບາດເປັນວົງກວ້າງ.

+ ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງ ມາຍັງບັນດາເຈົ້າຂອງເຮືອ ກໍຄື ປະຊາຊົນບັນດາເຜົ່າ ຫຼື ບ້ານ ທີ່ມີຊາຍ ແດນຕິດກັບປະເທດເພື່ອນບ້ານ ໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນແຂວງນີ້ຢ່າງເຂັ້ມງວດ ຂໍໃຫ້ທຸກຄົນມີສ່ວນຮ່ວມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ເພາະຖ້າຫາກບັນດາທ່ານຝ່າຝືນມີການລັກລອບຂົນສົ່ງຄົນ ແລະ ນໍາເຂົ້າສິນຄ້າ ອາດມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແພ່ລະບາດ ຢູ່ນະຄອນໄກສອນ ພົມວິຫານ ກໍຄື ແຂວງສະຫວັນນະເຂດຂອງພວກເຮົາ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.