ໃນທ້າຍເດືອນເມສາ ຜ່ານມາ, ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢູ່ ສປປ ລາວ ອີກຮອບໃໝ່ຍ້ອນຜູ້ຕິດເຊື້ອຈາກຕ່າງປະເທດ. ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ມີຄວາມຮ້າຍແຮງ ແລະລະບາດເປັນວົງກວ້າງແພ່ລາມສູ່ຊຸມຊົນ.
ການແພ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ ສຳລັບ ສປປ ລາວ ແລ້ວແມ່ນໄລຍະເວລາທີ່ຫຍຸ້ງຍາກທີ່ສຸດນັບແຕ່ໄດ້ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ໃນປີກາຍນີ້ ເປັນຕົ້ນມາ. ໃນ 1 ປີກວ່າທີ່ຜ່ານມາ,
ເນື່ອງຈາກການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ ສປປ ລາວ ມີທັງໝົດພຽງແຕ່ 60 ກໍລະນີເທົ່ານັ້ນ, ແຕ່ພາຍຫລັງເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ນີ້ແລ້ວ,
ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຕໍ່ມື້ມີຫລາຍກວ່າ 100 ກໍລະນີເປັນຫລາຍມື້ລຽນຕິດ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດ ມີທັງໝົດຫລາຍກວ່າ 1 ພັນຄົນ ແລະໄດ້ລະບາດໄປສູ່ 15 ແຂວງ ແລະກຳແພງນະຄອນ ໃນທົ່ວປະເທດເປັນວົງກວ້າງ,
ສິ່ງນີ້ໄດ້ສ້າງຄວາມທ້າທາຍອັນໃຫຍ່ຫລວງໃຫ້ແກ່ລະບົບສາທາລະນະສຸກ ຂອງລາວ. ພັກ ແລະລັດຖະບານລາວ ໄດ້ຍົກລະດັບວຽກງານປ້ອງກັນພະຍາດໂຄວິດ-19 ເປັນໜ້າທີ່ຍຸດທະສາດທີ່ສຳຄັນ ແລະຮີບດ່ວນ.
ໃນຂະນະທີ່ປະເທດອ້າຍນ້ອງພົບກັບຄວາມຫຍຸ້ງຍາກ, ຈີນ ຕ້ອງໃຫ້ການຊ່ວຍເຫລືອແນ່ນອນ. ວັນທີ 26 ເມສາ 2021, ວັກຊີນປ້ອງກັນໂຄວິດ-19 ງວດທີ 3 ທີ່ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ໄດ້ຂົນສົ່ງຮອດນະຄອນຫລວງວຽງຈັນ,
ໃນຕອນບ່າຍວັນທີ 4 ພຶດສະພາ 2021 ນີ້, ໜ່ວຍງານຜູ້ຊ່ຽວຊານການແພດ ຕ້ານໂຄວິດ-19 ທີ່ລັດຖະບານຈີນ ສົ່ງມາຊ່ວຍເຫລືອ ສປປ ລາວ ໄດ້ເດີນທາງດ້ວຍເຮືອບິນມາຮອດ ນະຄອນຫລວງວຽງຈັນ, ນີ້ກໍເປັນອີກຄັ້ງພາຍຫລັງ 1 ປີ ທີ່ໜ່ວຍງານຜູ້ຊ່ຽວຊານການແພດ ຕ້ານໂຄວິດ-19 ຈີນ ໄດ້ມາ ຊ່ວຍເຫລືອ ສປປ ລາວ ເພື່ອໃຫ້ການຊ່ວຍເຫລືຶອແກຝ່າຍລາວ ຄົ້ນຄວ້າສະພາບການໃໝ່ ແລະແກ້ໄຂບັນຫາໃໝ່.
ຕາມຄວາມຮຽກຮ້ອງຕ້ອງການຂອງສປປ ລາວ ໃນການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19, ລັດຖະບານຈີນ ຍັງໄດ້ສົ່ງຜ້າອັດປາກທາງການແພດ, ຊຸດປ້ອງກັນພະຍາດ, ນ້ຳຢາກວດຫາເຊື້ອ, ອຸປະກອນວັດແທກ, ເຄື່ອງຊ່ວຍຫາຍໃຈ ແລະວັດຖຸອຸປະກອນອື່ນໆໃຫ້ແກ່ ສປປ ລາວໂດຍແບ່ງເປັນຫລາຍງວດ ເພື່ອໃຊ້ເຂົ້າໃນການຊ່ວຍຊີວິດຂອງຜູ້ເປັນພະຍາດໂຄວິດ-19 ແລະເພື່ອສະກັດກັ້ນການແພ່ລະບາດຂອງພະຍາດ.
ນອກຈາກການຊ່ວຍເຫລືອຈາກລັດຖະບານຈີນ ແລ້ວ, ສະພາການຄ້າຈີນ, ຫ້ອງການພົວພັນຕ່າງປະເທດແຂວງຢຸນໜານ ກໍຄືວິສາຫະກິດຈີນ ທີ່ລົງທຶນຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫລືອວັດຖຸອຸປະກອນຕ້ານພະຍາດໂຄວິດ-19.

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ ກ່າວວ່າ: ແຕ່ລະເທື່ອທີ່ ສປປ ລາວ ພົບກັບຄວາມຫຍຸ້ງຍາກຈະໄດ້ຮັບການຊ່ວຍເຫລືອອັນລ້ຳຄ່າຖານອ້າຍນ້ອງຈາກພັກ, ລັດ ແລະປະຊາຊົນຈີນ ຢ່າງແນ່ນອນ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ການສະໜັບສະໜູນທີ່ເຂັ້ມແຂງຈາກພັກ, ລັດ ແລະປະຊາຊົນຈີນ ອ້າຍນ້ອງ, ສປປ ລາວ ຈະໄດ້ຮັບໄຊຊະນະໃນຂັ້ນສຸດທ້າຍໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຄັ້ງນີ້ຢ່າງແນ່ນອນ.
ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ກ່າວໃນເວລາສົນທະນາຜ່ານທາງໂທລະສັບ ກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ວ່າ:
“ຈີນແລະ ລາວ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະກັນ, ຮ່ວມມືກັນຕ້ານກັບພະຍາດໂຄວິດ-19, ໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ ແລະຊ່ວຍເຫລືອເຊິ່ງກັນ ແລະກັນ ລະຫວ່າງສອງປະເທດຢ່າງມີຊີວິດຊີວາ.

” ຈີນ ແລະ ລາວ ໃນຖານະເປັນຄູ່ຮ່ວມຊາຕາກຳນຳກັນ ກໍຕ້ອງຮ່ວມທຸກຮ່ວມສຸກ ແລະຊ່ວຍເຫລືອເຊິ່ງກັນ ແລະກັນ. ເມື່ອ ລາວ ພົບກັບຄວາມຫຍຸ້ງຍາກ, ຈີນ ຈະຊ່ວຍແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ລາວ ປະສົບຢູ່ ຄືກັບຕົນເອງປະສົບຢູ່, ສອງຝ່າຍໄດ້ຮ່ວມມືກັນຢ່າງສຸດອົກສຸດໃຈ ເພື່ອຮ່ວມກັນຍາດເອົາໄຊຊະນະໃນການຕໍ່ສູ້ກັບພະຍາດໂຄວິດ-19 ໃນຄັ້ງນີ້.