ຕາມລາຍງານຂອງ ຄະນະສະເພາະກິດ ຄວບຄຸມ ໂ ຄ ວິ ດ ຄະນະສະເພາະກິດແຈ້ງສະພາບ “ວັນນີ້ 09 ພຶດສະພາ 2021, ມື້ຜ່ານມາກວດວິເຄາະທັງໝົດ 6,827 ຕົວຢ່າງ (ຕົ້ນຕໍແມ່ນຈາກ ນະຄອນຫຼວງວຽງຈັນ 1,422 ຕົວຢ່າງ, ແຂວງບໍແກ້ວ 4,779 ຕົວຢ່າງ ແລະ ອື່ນໆ).”

(1). ຜົນພົບຜູ້ຕິດເຊື້ອ COVID-19 ຈຳນວນ + ( 69 ) ກໍລະນີ (ໃໝ່) ລວມທັງໝົດ 1,302 ກໍລະນີ:

1. ນະຄອນຫຼວງວຽງຈັນ (+ 16) ກໍລະນີ (ໃໝ່),
2. ແຂວງຈໍາປາສັກ (+ 03) ກໍລະນີ (ໃໝ່),
3. ແຂວງສະຫວັນນະເຂດ (+ 04) ກໍລະນີ (ໃໝ່),
4. ແຂວງບໍແກ້ວ (+ 46) ກໍລະນີ (ໃໝ່)
(2). ປິ່ນປົວຫາຍດີ – (232) ກໍລະນີ;
(3). ຍັງຮັບການປິ່ນປົວ 1,069 ກໍລະນີ;

ພາບປະກອບຂ່າວຈາກສະຖານະການປະຈຸບັນທີ່ມີຍອດຜູ້ຕິດເຊື້ອເພີ່ມຂື້ນທຸກມື້ ເຮັດໃຫ້ຫຼາຍແຂວງປະກາດລ໊ອກດາວ ປິດການເດີນທາງເຂົ້າອອກລະຫວ່າງແຂວງ ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອຂອງພະຍາດ.
ພາບປະກອບຂ່າວເຊິ່ງທາງກະຊວງສາທາລະນະສຸກກໍໄດ້ອອກປະກາດຖະແຫຼງການໃຫ້ປະຊາຊົນໃຫ້ຄວາມຮ່ວມມືໃນການຢຸດເຊື້ອເພື່ອຊາດໂດຍ ໃຫ້ມີການກັກຕົນເອງຢູ່ບ້ານ ບໍ່ອອກໄປສະຖານທີ່ທີ່ມີຄົນຫຼາຍ ໃສ່ຜ້າປິດປາກທຸກຄັ້ງທີ່ຕ້ອງໄປພົບປະກັບຜູ້ຄົນ ລວມທັງຄວນເວັ້ນໄລຍະຫ່າງທາງສັງຄົມຢ່າງໜ້ອຍ 1-2 ແມັດ.