Breaking News

ລະວັງ…! ຢ່າຫລົງເຊື່ອຂ່າວປອມ ຄົນຕິ ດໂ ຄວິ ດ-19 ສາມຄົນວັນນີ້.

ລະວັງ…! ຢ່າຫລົງເຊື່ອຂ່າວປອມ ຄົນຕິ ດໂຄວິ ດ-19 ສາມຄົນວັນນີ້. ໜັງສືພິມ ຂ່າວສານປະເທດລາວ ຊີ້ແຈງ ກໍລະນີມີຄລິບສຽງທາງສື່ອອນລາຍ ແລະ ສົ່ງໄປຕາມກຸ່ມແອັບວ່າມີຄົນຕິດເຊື້ອໂຄວິດ-19 ວັນນີ້ 3 ຄົນ (18-19/04/2021) ຢູ່ນະຄອນຫລວງວຽງຈັນ ນັ້ນ ແມ່ນບໍ່ມີຄວາມຈິງ, ຂໍໃຫ້ສັງຄົມໃຊ້ດຸນພິນິດໃນການຮັບຂໍ້ມູນຂ່າວສານ ໂດຍບໍ່ແຕກຕື່ນ, ໃຫ້ຕິດຕາມຂໍ້ມູນຂ່າວສານທາງການ ເປັນສໍາຄັນ.

ກອງເລຂາຄະນະສະເພາະກິດ ເຕືອນສັງຄົມ ຢ່າເຊື່ອກໍລະນີນີ້ທີ່ມີການປ່ອຍຄລິບສຽງຜູ້ຊາຍຄົນໜຶ່ງທາງສື່ສັງຄົມອອນລາຍວັນນີ້ວ່າມີຄົນຕິດເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ສາມຄົນ ຊຶ່ງພວມຕິດຕາມເອົານັ້ນ ບໍ່ແມ່ນຄວາມຈິງ.

ເປັນການປ່ອຍຂ່າວຂອງຄົນບໍ່ຫວັງດີ, ຂໍຢ່າແຕກຕື່ນຕໍ່ກໍລະນີຄລິບສຽງດັ່ງກ່າວ, ໃຫ້ຕິດຕາມຂ່າວທາງການ ໂດຍສະເພາະການຖະແຫລງຂ່າວຂອງຄະນະສະເພາະກິດ ເທົ່ານັ້ນ.

ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເຮົາ ໄລ່ມາຮອດວັນທີ 17/4/2021 ຕົວເລກການຕິດເຊື້ອສະສົມແມ່ນ 58 ຄົນ, ປິ່ນປົວດີແລ້ວ 49 ຄົນ , ພວມປິ່ນປົວ 9 ຄົນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.