Breaking News

ລັດຖະບານຈີນມອບເຄື່ອງມືການແພດຕ້ານໂຄວິດ-19 ໃຫ້ ສປປ ລາວ​ ອີກ​ ມູນຄ່າ​ 15​ ຕື້ກວ່າກີບ

ລັດຖະບານ ແຫ່ງ ສປ ຈີນ ໄດ້ສືບຕໍ່ ມອບອຸປະກອນ ແລະ ເຄື່ອງມືການແພດ ຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ເຊິ່ງພິທີ ມອບ-ຮັບ ໄດ້ຈັດຂຶ້ນ ໃນວັນທີ 10 ພຶດສະພາ 2021 ນີ້, ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ.

ຕາງໜ້າມອບໂດຍ ທ່ານ​ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ອຸປະກອນ ແລະ ເຄື່ອງມືການແພດ ທີ່ນຳມາມອບໃຫ້ໃນຄັ້ງນີ້, ປະກອບມີເຄື່ອງຊ່ວຍຫາຍໃຈ, ນໍ້າຢາຂ້າເຊື້ອ, ຜ້າອັດປາກການແພດ, ຖົງມື, ຊຸດປ້ອງກັນການແພດ, ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອຸປະກອນອື່ນໆ ລວມມູນຄ່າ 10 ລ້ານຢວນ ຫລື ປະມານ 15,5 ຕື້ກີບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.