Breaking News

ດ່ວນ!.. ອອກຄຳສັ່ງ​ໄລ່ 2 ຕຳຫລວດ ຂ້າແບ້ກິນໃນ ສູນປີ່ນປົວໂຄວິ ດ ອອກຈາກຫນ້າທີ່

❌ດ່ວນ❌ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ ວາດ້ວຍການປະຕິບັດວິໄນ ຕໍ່ນາຍຕໍາຫຼວດ ປກສ ແຂວງສະຫວັນນະເຂດ

ຄົນທີ 1: ຮອ ພູໃສ ສີສະຫວັນ (ຕື້) ອາຍຸ34 ປີ ຫນ້າທີຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງການຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຈຸບັນຢູ່ບ້ານລາດຊະວົງໄຊ , ນະຄອນໄກສອນພົນວິຫານ , ແຂວງສະຫວັນນະເຂດຄົນທີ

2 : ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ

ຫນ້າທີ່ຮັບຜິດຊອບ ວິຊາການ ສັງກັນຢູ່ ກອງບັນຊາການ ປກສ ເມືອງສອງຄອນ ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ບ້ານຢູ່ປະຈຸບັນ ບ້ານໂນນສະຫວ່າງ ເມືອງສອນຄອນ ແຂວງສະຫວັນນະເຂດ

ຫນ້າທີ່ຮັບຜິດຊອບ ວິຊາການ ສັງກັນຢູ່ ກອງບັນຊາການ ປກສ ເມືອງສອງຄອນ ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ບ້ານຢູ່ປະຈຸບັນ ບ້ານໂນນສະຫວ່າງ ເມືອງສອນຄອນ ແຂວງສະຫວັນນະເຂດ

ທີ່ເປັນຂ່າວດັງທີ່ຜ່ານມາ ເປັນທີສົນໃຈຂອງປະຊາຊົນຈຳນວນຫຼາຍ ເພື່ອເປັນການ ປະຕິບັດລະບຽບວິໃນຂັ້ນສູງ ຕໍ່ຜູ້ກ່ຽວ ແມ່ນທາງ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ ຮອ ພູໃສ ສີສະຫວັນ (ຕື້) ແລະ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີໄດ້ພົ້ນອອກຈາກກຳລັງ (ຢຸດການປະຕິບັດໜ້າທີ)

ຂໍ້ມູນ​ຈາກ: ຄລີນິກທັນເຫດການ #vientianelive #vientiane live #update #ຄະນະສະເພາະກິດນະຄອນຫລວງວຽງຈັນ #ຄະນະສະເພາະກິດ #update

ຂ່າວ​ກ​່ອນຫນ້ານີ້ ທີ່ເຮັດຜິດແຕ່ໃຫ້ຄົນອື່ນມາຂໍໂທດແທນ..​ແຕ່ບໍ່ຜ່ານຄວາມຜິດ…​ແລະ ເຮັດຜິດນຳກັນຄືບໍ່ອອກມາຮັບຜິດຊອບນຳກັນ ສັງຄົມຍັງລໍຖ້າທ່ານມາອະທິບາຍຢູ່

ຄົນທີ່ຄົວແບ້ຜູ້ໜຶ່ງກະຄືຕຳຫຼວດທ້າວ ກະໂຕດ. ນາງໝີວກະມາຍອມຮັບວ່າຜົວໂຕເອງ ທ້າວ ກະໂຕດ ເປັນຄົນເອົາແບ້ເຂົ້າໄປກິນ ແຕ່ທີ່ຮູ້ທ້າວ ກະໂຕດ ກະມີເມຍມີລູກແລ້ວ ງານເຂົ້າລະບາດນີ້ ເມຍເຫັນສິບໍ່ຖືກດຶງຫູເອົາບໍ່ບາດນິ

ທ້າວ ກະໂຕດ ເປັນຮອດຕຳຫຼວດພາກັນເອົາແບ້ມາກີນຢູ່ສູນປົວໂຄວິດ ແຕ່ໃຫ້ເດັກນ້ອຍມາຮັບຜິດແທນ ແບບນີ້ບໍ່ຄືຕິ ບົດຄວາມທີ່ເຟສບຸກ จอนนี้ เฟี้ยว ‘เฟี้ยว ອອກມາຍອມຮັບຜິດວ່າ :

ຂໍໂທດເດີພໍ່ແມ່ພີ່ນ້ອງ ສັງຄົມ ແລະ ອ້າຍ ປະທານ ໂຈ ຂ້ອຍເອງຊື່ ທ້າວ ຈອນນີ້ ອາຍຸ 24 ປີ ເປັນຜູ້ປ່ວຍຕິດໂຄວິດມາແຕ່ທຳງານຢູ່ປະເທດໄທ ແລະໄດ້ມາກັກໂຕທີ່ສູນປິນປົວ ທີ່ນະຄອນໄກສອນ ສ/ຂເລື່ອງທີ່ນຳເອົາໂຕແບ້ເຂົ້າມາກິນໃນສູນປິນປົວໂຄວິດນີ້ ແມ່ນແບ້ຂອງຂ້ອຍເອງ ທີ່ໃຫ້ຫມູ່ເອົາມາຝາກໃຫ້ກິນ ໂດຍທີ່ຂ້ອຍເອງກໍ່ບໍ່ຮູ້ວ່າມັນຈະຜິດລະບຽບແລະບໍ່ຖືກຕ້ອງ ໃນສູນກັກໂຕ

ໂດຍທີ່ບໍ່ແມ່ນທ້າວ ຕື້ ເປັນຄົນນຳເຂົ້າມາແຕ່ຢ່າງໃດ ເພາະໂຕແບ້ທີ່ເອົາມາກິນນັ້ນແມ່ນເອົາມາກິນກັບເຂົ້າ ເປັນແບ້ນ້ອຍ ເອົາມາກໍ່ຊອຍເອົາຊີ້ນປີ້ງປັນກັນກິນໃນສູນປິນປົວ ແລະ ທາງແພດຫມໍເຈົ້າຫນ້າທີ ທີ່ຮັບຜິດຊອບໃນສູນກໍ່ໄດ້ບອກກ່າວຕັກເຕືອນຂ້ອຍແລ້ວ(ອັດຕາກິນແຕ່ລະຄົນທາງພາກລັດເພິ່ນມີໃຫ້ທຸກມື້ໃນໄລຍະປິນປົວ)

ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການຂອງຂ້ອຍຈິ່ງເຮັດໃຫ້ເກີດເລື່ອງທີ່ບໍ່ຈົບງາມແບບນີ້ ແນວໃດຂ້ອຍກໍ່ ຂໍໂທດຂໍອະໄຟຫລາຍໆ ມາຍັງສັງຄົມ ແລະອ້າຍ ປະທານໂຈ ທີ່ເຫັນວ່າບໍ່ເຫມາະສົມ ໃນການກະທຳຂອງຂ້ອຍໃນຄັ້ງນີ້ ຂ້ອຍເອງກໍຍອມຮັບຜິດຫມົດທຸກຢ່າງຫວັງວ່າສັງຄົມຈະໃຫ້ອະໄຟແລະຈະນຳໄປປ່ຽນແປງໂຕເອງແລະຈະບໍ່ໃຫ້ເກີດເຫດການແບບນີ້ຂື້ນອີກ (ຂໍໂທດຫລາຍໆ)

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.