Breaking News

ອາດຈະເກີດສົງຄາມໂລກຄັ້ງທີ 3 ! ເພາະ ຈີນ ສັງໃຫ້ປະຊາຊົນ ເກັບກັກອາຫານໄວ້ກີນຍາວນານ.

ທ່ານ ວາຣາດີເມຍ ປູຕິນ ປະກາດ ”ທ້າ” ມີຄວາມພ້ອມ ປະທະ ກັບສະຫະລັດອາເມລິກາ-ນາໂຕ້ ໄດ້ທຸກວິນາທີ ຢ່າມົວແຕ່ຍຸແຍ່

ຖ້າແນ້ແທ້ ປະກາດຕົວເປັນຫົວໂຈກນຳພາກຸ່ມນາໂຕ.ສູ້ຮົບກັບຣັສເຊຍເລີຍ ສ່ວນຈີນ ບໍຮູ້ວ່າໄດ້ກິ່ນຄວັນໝື້ ຫຼື ອີ່ຫຍັງ ຈິ່ງສັງໃຫ້ປະຊາຊົນ ເກັບກັກອາຫານໄວ້ກີນຍາວນານ,ເດືອນເມສາ 2022

ຊົມຄລີບ

“ຜູ້​ບັນຊາ​ການ​ລະດັບ​ສູງ​ກອງ​ທັບ Azov ຊຶ່ງເປັນລູກນ້ອງທີ່ບອກໄດ້ໄຊ້ຟັງ ມືດີອັນດັບໜຶ່ງຂອງ​ ນາໂຕ ໄດ້ຖືກ​ອງກຳລັງ​ພິ​ເສດ​ຣັສເຊຍ​ສັງຫານເສຍ​ຊີວິດ ” ປະຈຸບັນ​ຣັສເຊຍ ​ຍັງຄົງ​ປິດ​ລ້ອມ​ໂຮງງານ​ເຫຼັກ​ຢູ່​ເຂດ​ນອກ​ເມືອງ Mariupol, ​ທີ່ຄາດວ່າ​ຍັງມີ​ຜູ້​ບັນຊາ​ການ​ທະຫານ​ຕ່າງປະ​ເທດ​ ຫຼາຍຄົນຕົກຄ້າງຢູ່ ແລະກຳລັງພະຍາຍາມຫາທາງຫຼົບໜີອອກຈາກວົງປິດລ້ອມ, ​

ຂະນະ​ທີ່ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາດສະຫະລັດອາ​ເມ​ລິ​ກາ, NATO​ ພ້ອມທັງຜູ້ນຳ​ຝຣັ່ງເສດ​ເຫຼືອ.ໄດ້ພະຍາຍາມຕິດຕໍ່ກັບຣັສເຊຍເພື່ອຂໍເປີດທາງ ໄຫ້ທະຫານຢູເຄຼນຖອນຕົວອອກຈາກສະໜາມຮົບ ​ແຕ່​ບໍ່​ມີ​ການ​ຕອບ​ສະ​ໜອງ​ຈາກທາງຣັສເຊຍ”ຢ້ານດັບແນວຈົນໄດ້ຂໍຮ້ອງໄຫ້ຣັສເຊຍເປີດທາງເພື່ອຖອນກຳລັງ ເວົ້າປານເດັກນ້ອຍເຮັດຫຼິ້ນ”.

ກະເຮັດບາບເຂົາໂພດ ເປີດໄຫ້ເຂົາເຂົ້າມາ ພັດບໍ່ເປີດໄຫ້ເຂົາອອກ.ຊົມຄລີບ.ການເຮັດສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຮນຄັ້ງນີ້ເຮັດໃຫ້ ຈີນໄດ້ ບົດຮຽນ ແລະ ຮຽນຮູ້ຈາກສົງຄາມຢູ່ໃນ ຢູເຄຣນ ຂອງ ຣັດເຊຍ.

ຜູ້ຊ່ຽວຊານເຊື່ອວ່າ ຈີນກໍາລັງຮຽນຮູ້ຈາກສົງຄາມທີ່ມີບັນຫາຢູ່ໃນຢູເຄຣນ ຂອງ ຣັດເຊຍ ເພື່ອປັບປຸງຍຸດທະສາດການຕໍ່ສູ້ ແລະກຽມຮັບມືກັບການລົງໂທດທາງດ້ານເສດຖະກິດ ຖ້າລັດຖະບານປັກກິ່ງ ຫາກໂຈມຕີເກາະ​ໄຕ້​ຫວັນ ທີ່ປົກຄອງຕົນເອງ.

ພວກເຂົາເຈົ້າກ່າວວ່າ ປະເທດດັ່ງກ່າວອາດຈະຍັງເບິ່ງເລິກ​ເຂົ້າ​ໄປ​ຕື່ມໃນການແກ້ໄຂບັນຫາໄຕ້​ຫວັນ​ດ້ວຍສັນຕິວິ​ທີ.

ຣັດເຊຍ ກໍາລັງປະເຊີນໜ້າກັບການຕໍ່ຕ້ານທາງທະຫານທີ່ເຂັ້ມແຂງກວ່າທີ່ຄາດການໄວ້ຢູ່ໃນ ຢູເຄຣນ ນັບຕັ້ງແຕ່ພວກເຂົາເລີ້ມຕົ້ນການຮຸກຮານເມື່ອວັນທີ 24 ກຸມພາ, ໂດຍສະເພາະຢ່າງຍິ່ງ ຢູ່ຕາມຖະນົນຫົນທາງ, ພ້ອມດ້ວຍການລົງໂທດທາງດ້ານເສດຖະກິດ ແລະຄວາມຊ່ວຍເຫຼືອທາງດ້ານທະຫານທີ່ເພີ້ມຂຶ້ນຈາກຕ່າງປະເທດ.

ພວກນັກວິເຄາະບາງຄົນເຊື່ອວ່າ ເຈົ້າໜ້າທີ່ຂອງຈີນ ກໍາລັງມອງຫາຊ່ອງທາງທີ່ຈະເຂົ້າຢຶດຄອງ ໄຕ້ຫວັນ ໃຫ້ໄດ້ຢ່າງວ່ອງໄວ ໂດຍແນເປົ້າໝາຍໃສ່ສູນກາງການສື່ສານ ແລະສະຖາບັນທາງການເມືອງທີ່ສໍາຄັນຕ່າງໆ.

ພວກເຂົາເຈົ້າກ່າວວ່າ ຈີນຕ້ອງການການສະໜັບສະໜຸນທາງດ້ານໂລຈິສຕິກເພີ້ມ ສໍາລັບການໂຈມຕີທັງທາງນໍ້າ ແລະທາງບົກຢູ່ເທິງໝູ່ເກາະ ທີ່ມີໄລຍະຫ່າງອອກໄປ 160 ກິໂລ ແມັດ, ແລະຂໍ້ຄວາມທາງດ້ານການສື່ສານ ເພື່ອຊຸກຍູ້ຕໍ່ການຮຸກຮານຕ່າງໆ.

ທ່ານເຊິນ ຢີ-ຟານ (Chen Yi-Fan), ຜູ້ຊ່ວຍສາດສະດາຈານທາງດ້ານການທູດ ແລະການພົວພັນລະຫວ່າງປະເທດ ແຫ່ງມະຫາວິທະຍາໄລ ທໍາກັງ (Tamkang) ຢູ່ໃນ ໄຕ້ຫວັນ ກ່າວວ່າ “ຈີນ ຢ່າງໜ້ອຍພວກເຂົາກໍ່ໄດ້ຮຽນຮູ້ວ່າ ພວກເຂົາຕ້ອງກຽມແຜນການໃຫ້ດີ ສໍາລັບການສະໜັບສະໜຸນທາງດ້ານໂລຈິສຕິກທີ່ພຽງພໍ ເພື່ອການປະຕິບັດການທັງທາງນໍ້າ ແບະທາງບົກ ຕະຫຼອດຮອດອາວຸດຕ່າງໆເປັນຈໍານວນຫຼວງຫຼາຍເຊັ່ນວ່າ ປືນໃຫຍ່ ແລະລູກສອນໄຟ, ຖ້າ ຈີນ ຫາກຕັດສິນໃຈໂຈມຕີ ໄຕ້ຫວັນ.

”ທ່ານເຊິນ ຢີ-ຟານ ກ່າວວ່າ “ສິ່ງສໍາຄັນທີ່ສຸດ, ຈີນ ຈໍາເປັນຕ້ອງມີຄໍາສັ່ງທາງດ້ານພື້ນຖານທາງສິນທໍາທີ່ສູງ ຕະຫຼອດເຖິງຄວາມຮູ້ຄວາມເຂົ້າໃຈກ່ຽວກັບສົງ ຄາມ ແລະການສົນທະນາທາງດ້ານການສື່ສານ.

”ຣັດເຊຍ ປະສົບກັບຄວາມລົ້ມແຫຼວໃນການຢຶດຄອງ, ຢູເຄຣນ ກ່າວໃນມື້ວັນທີ 3 ເມສານີ້ວ່າ ກອງກໍາລັງຂອງພວກເຂົາເຈົ້າ ໄດ້ປະຕິບັດການຢຶດຄືນພື້ນທີ່ອ້ອມແອ້ມນະຄອນຫຼວງກີຢິບ ເປັນເທື່ອທໍາອິດ ນັບຕັ້ງການເລີ້ມຕົ້ນຮຸກຮານຂອງ ຣັດເຊຍ.ຣັດເຊຍ ໄດ້ປະກາດໃນຊ່ວງເວລາດຽວກັນວ່າ ກອງກໍາລັງທະຫານຂອງພວກເຂົາ ແນເປົ້າໝາຍໃສ່ພື້ນທີ່ແບ່ງແຍກດິນແດນທັງສອງແຫ່ງທາງທິດຕາເວັນ ອອກຂອງ ຢູເຄຣນ ແທນທີ່ຊິເປັນຂົງເຂດນະຄອນຫຼວງ ຫຼື ພື້ນທີ່ພາຍໃນຂອງປະເທດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.