Breaking News

ເປີດໃຈສາວທະຫານຜູ້ອຸທິດຕົນຮັບໃຊ້ບັ້ນຕໍ່ສູ້ກັບສັດຕູໂຕໃໝ່ໂຄວິດ-19

ໂຄວິດຍິນແຕ່ຊື່ໃຜກໍ່ຢ້ານຊິວ່າຫຍັງຄອບຄົວໜຶ່ງເປັນແລ້ວເພື່ອນບ້ານຍັງບໍ່ກ້າໃກ້ຄົນເຮືອນນັ້ນອີກ ແຕ່ກັບແພດໝໍແລ້ວຕ້ອງທຸ່ມເທຕົນເອງເຮັດໜ້າທີ່ດູແລເບິ່ງແຍງຕາມຄວາມຮຽກຮ້ອງຕ້ອງການຂອງຊາດ ຄືກັບສາວຄົນນີ້ດັ້ນດົ້ນຈາກອຸດົມໄຊມາຢູ່ວຽງຈັນ ແລະອຸທິດຕົ້ນຮັບໃຊ້ຊາດຈາກໃຈ.

ຕ້ອງຊົມເຊີຍ ນ້ຳໃຈສາວທະຫານ ທີ່ເດີນທາງຈາກບ້ານອັນແສນໄກ ເພື່ອມາຕາມຫາຄວາມຟັນ ມາເປັນສາວທະຫານແພດໝໍ ໃກ້ຊິດກັບຄົນປ່ວຍ ພະຍາດໂຄວິດ-19 ທີ່ທົ່ວໂລກຢ້ານແລະບໍ່ຢາກຢູ່ໃກ້ ແຕ່ລາວກັບ ພູມໃຈສຸດມາຮັບໃຊ້ຢູ່ນີ້ເປັນບ່ອນທີຄົນອືນຢ້ານ ນ້ອງບອກວ່າເຖິງຈະມີຄວາມສ່ຽງແຕ່ກໍ່ມີຄວາມສຸກທີໄດ້ຊ່ວຍທຸກຄົນເພື່ອນມະນຸດດ້ວຍກັນ ບາງມື້ກາເມື່ອຍແຕ່ຕ້ອງລຸກຂື້ນມາສູ້ເພາະພາລະໜ້າທີ່ລໍຖ້າຢູ່ຂ້າງໜ້າ.

ສາວຄົນທີ່ວ່ານີ້ຊື່ນາງ ເຕີ ເສັດທິວົງ ອາຍຸ 26 ປີ ສາວທະຫານຈາກບ້ານມາໄກ ເມືອງແບງ ແຂວງອຸດົມໄຊ ມາປະຈຳການຢູ່ນະຄອນຫຼວງວຽງຈັນ ປະຈຸບັນເຮັດໜ້າທີ່ກວດກາຕິດຕາມຜູ້ຈຳກັດບໍລິເວນຢູ່ສູນກັກກັນຫຼັກ 27  ແລະບໍ່ແມ່ນຫາກໍ່ມາຮັບໜ້າທີ່ນະຈຸດນີ້ ຄວາມຈີງນ້ອງມາເຮັດວຽກທີ່ພົວພັນກັບໂຄວິດແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ ຜັດປ່ຽນກັນໄປມາຕາມການມອບໝາຍຂອງຂັ້ນເທິງ.

ຖາມວ່າເປັນຫຍັງສາວອຸດົມໄຊຄົນນີ້ຈິ່ງຍັງມຸ້ງໝັ້ນຢາກເຮັດວຽກນີ້ທັ້ງທີ່ຄົນທັງຫຼາຍບໍ່ຢາກໃກ້ ນ້ອງຕອບວ່າ ຢູ່ວຽກນີ້ ໂດຍສະເພາະກັບພະຍາດລະບາດມັນມີຄວາມສ່ຽງສູງ ແຕ່ນີ້ກໍ່ຈະເປັນສະໜາມໃຫ້ນ້ອງໄດ້ສ້າງຜົນງານໃນນາມທະຫານກ້າທີ່ຕ້ອງຮັບໃຊ້ຊາດເມື່ອປະຊາຊົນຕ້ອງການ ນ້ອງເປັນແພດຖ້າສາມາດຊ່ວຍໃຫ້ຄົນທີ່ເຈັບປ່ວຍຫາຍດີນັ້ນກໍ່ຄືກຳໄລຊີວິດ ແລະມີຄວາມສຸກໃຈແລ້ວ ນອກນີ້ນ້ອງຍັງບິແບ່ງນ້ຳໃຈເລັກນ້ອຍໃຫ້ຜູ້ທີ່ເຫັນວ່າຂາດເຂີນອີກ.

ສຸດທ້າຍຍາກຮຽກຮ້ອງໃຫ້ປະຊາຊົນທຸກຄົນຄວນມີສະຕິລະມັດລະວັງຊ່ວຍແພດໝໍເພືອຫລຸດຜ່ອນການລະບາດ ເພາະບັນດາແພດໝໍເຮັດວຽກໜັກອີຫຼີເພື່ອທຸກຄົນທີ່ຢູ່ທາງບ້ານໄດ້ປອດໄພ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.