Breaking News

ແພດອິນເດຍ ແລະ ຫຼາຍຝ່າຍຮຽກຮ້ອງໃຫ້ລັດຖະບານລ໋ອກດາວທັງປະເທດ

ສະຖານະການ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນ ອິນເດຍ ທີ່ຕອນນີ້ລາມຈາກຕົວເມືອງໃຫຍ່ ໄປຫາເຂດຊົນນະບົດ ສົ່ງຜົນໃຫ້ຕອນນີ້ແພດໃນໂຮງໝໍຕ່າງໆ ຍັງຄົງເຮັດວຽກໜັກຢ່າງຕໍ່ເນື່ອງ ເປັນເວລາຫຼາຍເດືອນ ຫຼັງພົບເຊື້ອໂຄວິດກາຍພັນ.

ແຫຼ່ງຂ່າວເປີດເຜີຍວ່າ: ຕອນນີ້, ມີແພດ ແລະ ບຸດຂະລາກອນທາງການແພດ ເສຍຊີວິດຢ່າງຕໍ່ເນື່ອງ ຈາກການຕິດເຊື້້ອ ຫຼາຍກວ່າ 860 ຄົນ ໂດຍໃນຈຳນວນນີ້ ມີ 116 ຄົນ ທີ່ເສຍຊີວິດໃນເວລາບໍ່ຮອດ 1 ເດືອນ ນັບຕັ້ງແຕ່ມີການລະບາດຮອບ 2 ສົ່ງຜົນໃຫ້ເກີດກະແສຮຽກຮ້ອງຈາກຫຼາຍຝ່າຍຫຼາຍຂື້ນ ເພື່ອຂໍໃຫ້ລັດຖະບານໃຊ້ມາດຕະການເຂັ້ມງວດ ຄືການລ໋ອດດາວທັງປະເທດ ເພື່ອສະກັດກັ້ນເຊື້ອພະຍາດຢ່າງໂດຍໄວ.

ຢປັດຈຸບັນ, ອິນເດຍຍັງບໍ່ທັນປະກາດ ລ໋ອກດາວປະເທດ ເຊັ່ນດຽວກັບປີຜ່ານມາ ແຕ່ລັດຖະບານເຄິ່ງໜຶ່ງ ກໍປະກາດມາດຕະການລ໋ອກດາວເຕັມຮູບແບບແລ້ວ ສ່ວນລັດທີ່ເຫຼືອແມ່ນ ມີການບັງຄັບໃຊ້ມາດຕະການລ໋ອກດາວພຽງບາງສ່ວນເທົ່ານັ້ນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.