Breaking News

ຄະນະສະເພາະກິດດ້ານເສດຖະກິດ ສະເໜີລັດຖະບານພິຈາລະນາ ຫຼຸດຄ່າໄຟຟ້າ 3% ແລະ ນໍ້າປະປາ 5% ໃຫ້ຜູ້ຊົມໃຊ້ ໃນຊ່ວງໂຄວິດ

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນພິທີຖະແຫຼງຂ່າວ ປະຈຳວັນທີ 11 ພຶດສະພາ 2021 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ໂດຍທ່ານໄດ້ລາຍງານກ່ຽວກັບບັນນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດ ວ່າ: ທ່ານກ່າວຕື່ມວ່າ: ສຳລັບຜົນຂອງກອງປະຊຸມປຶກສາຫາລື ແລະ ການຄົ້ນຄວ້າຂອງຄະນະສະເພາະກິດ ດ້ານເສດຖະກິດ 32/ນຍ ກ່ຽວກັບຂໍ້ສະເໜີມາດຕະການແກ້ໄຂຜົນກະທົບຕໍ່ເສດຖະກິດໃນໄລຍະຕໍ່ໜ້າ ເພື່ອລາຍງານ ຕໍ່ລັດຖະບານ ພິຈາລະນາ ດັ່ງນີ້:

(1) ໜ່ວຍງານມະຫາພາກນຳໂດຍ ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສືບຕໍ່ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ເພື່ອຕີລາຄາປະເມີນຜົນກະທົບຂອງການລະບາດໃນຄັ້ງນີ້ ຕໍ່ສະພາບເສດຖະກິດ, ການຈັດຕັ້ງປະຕິບັດບັນດາ ຕົວເລກຄາດໝາຍມະຫາພາກຕ່າງໆ

ໃນປີ 2021, ການນໍາໃຊ້ມາດຕະການຄຸ້ມຄອງເສດຖະກິດມະຫາພາກ ແລະ ຊຸກຍູ້ການຜະລິດພາຍໃນ ເຊັ່ນ:

ການຂະຫຍາຍຕົວຂອງເສດຖະກິດ (GDP), ລາຍຮັບ-ລາຍຈ່າຍງົບປະມານ, ອັດຕາເງິນເຟີ້, ອັດຕາແລກປ່ຽນ ແລະ ອື່ນໆ. ພ້ອມນັ້ນ ກໍຈະສືບຕໍ່ຊຸກຍູ້ ແລະ ກວດກາບັນດາໂຄງການລົງທຶນຂອງລັດ,ໂຄງການລົງທຶນເອກະຊົນພາຍໃນ ແລະ ລົງທຶນຕ່າງປະເທດ, ໂຄງການຊຸກຍູ້ການຜະລິດພາຍໃນເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ອຳນວຍຄວາມສະດວກ ໃຫ້ໂຄງການດັ່ງກ່າວ ສາມາດດໍາເນີນການຜະລິດເປັນປົກກະຕິ.

(2) ໜ່ວຍງານການເງິນ ໄດ້ຄົ້ນຄວ້າ ແລະ ກະກຽມອອກນະໂຍບາຍຜ່ອນຜັນດ້ານງົບປະມານ ໂດຍສະເພາະແມ່ນ ການຍົກເວັ້ນການເກັບອາກອນລາຍໄດ້ສຳລັບຜູ້ທີ່ມີລາຍຮັບຕໍ່າ, ການເລື່ອນໄລຍະຊຳລະພັນທະພາສີ-ອາກອນ, ຍົກເວັ້ນການເສຍຄ່າປັບໄໝ ແລະ ຄ່າທຳນຽມຕ່າງໆ, ຍົກເວັ້ນຄ່າພາສີຕໍ່ສິນຄ້ານຳເຂົ້າເພື່ອຮັບໃຊ້ວຽກງານສະກັດກັ້ນປ້ອງກັນພະຍາດໂຄດ-19, ສະເໜີມາດຕະການໂຈະ ແລະ ຫຼຸດລາຍຈ່າຍບໍລິຫານ ເພື່ອຜ່ອນຄາຍການຂາດດຸນງົບປະມານ ເຊັ່ນ:

ຫຼຸດລາຍຈ່າຍ ບໍລິຫານຂັ້ນສູນກາງລົງ 15% ແລະ ຂັ້ນທ້ອງຖິ່ນ 10%, ໂຈະບາງຮ່ວງລາຍຈ່າຍຊື້ໃໝ່ ແລະ ອື່ນໆ. ສຳລັບການລົງທຶນຂອງລັດ ແມ່ນຈະສືບຕໍ່ ເບີກຈ່າຍບ້ວງເລື່ອນຈ່າຍໃນປີ 2020 ຈຳນວນ 700 ຕື້ກີບ ໃຫ້ສຳເລັດໃນ 6 ເດືອນ ຕົ້ນປີ 2021 ແລະ ສືບຕໍ່ເບີກຈ່າຍຕາມແຜນການລົງທຶນບ້ວງປົກກະຕິໃນປີ 2021 ຈຳນວນ 1.300 ຕື້ກີບໃຫ້ສຳເລັດຕາມແຜນ,

ຄາດວ່າ ກະຊວງການເງິນ ຈະໄດ້ນຳສະເໜີຕໍ່ບັນດາທ່ານໃນໄວໆນີ້. (3) ໜ່ວຍງານເງິນຕາ: ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ປະຕິບັດ ນະໂຍບາຍຜ່ອນຜັນດ້ານສິນເຊື່ອຕໍ່ພາກທຸລະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດ ແລະ ຈະສຸມໃສ່ການສະໜອງແຫຼ່ງທຶນຟື້ນຟູເສດຖະກິດ ແລະ ການຜະລິດຕາມຂໍ້ຕົກລົງ 238/ທຫລ, ສືບຕໍ່ສະໜອງສິນເຊື່ອໃຫ້ການຜະລິດກະສິກຳ ແລະ ປຸງແຕ່ງກະສິກຳ

ລວມທັງສະໜອງສິນເຊື່ອໃຫ້ພາກ SME, ການຜະລິດເພື່ອສົ່ງອອກສິນຄ້າ, ການຜະລິດ ເພື່ອທົດແທນການນຳເຂົ້າທີ່ເປັນບູລິມະສິດ ແລະ ສິນເຊື່ອອື່ນໆ ທີ່ຈຳເປັນ.

(4) ໜ່ວຍງານການຜະລິດ ແລະ ອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ: ສືບຕໍ່ຊຸກຍູ້ ແລະ ແກ້ໄຂຄວາມຫຍຸ້ງຍາກໃນວຽກງານການຄຸ້ມຄອງ ແລະ ກວດກາສະພາບລາຄາສິນຄ້າຢູ່ໃນຕະຫຼາດ, ການສະໜອງສິນຄ້າບໍລິໂພກ-ອຸປະໂພກໃຫ້ພຽງພໍກັບຄວາມຕ້ອງການ ແລະ ການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ,

ການເຄື່ອນ ຍ້າຍສິນຄ້າພາຍໃນ, ລົດຂົນສົ່ງສິນຄ້າ ແລະ ຄົນຂັບລົດຂົນສົ່ງສິນຄ້າ, ໂດຍສະເພາະຄວາມຫຍຸ້ງຍາກ ຂອງການຂົນສົ່ງສິນຄ້າພາຍໃນປະເທດ (ຈາກເມືອງ ຫາ ເມືອງ, ແຂວງ ຫາ ແຂວງ), ແກ້ໄຂການສວຍໂອກາດຂຶ້ນລາຄາຄ່າຂົນສົ່ງ (ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ຖະແຫຼງການແລ້ວ)

. (5) ໜ່ວຍງານແຮງງານ ແລະ ຫວັດດີການສັງຄົມ: ໄດ້ຄົ້ນຄວ້າສືບຕໍ່ນະໂຍບາຍອຸດໜູນແຮງງານ

ໃນລະບົບປະກັນສັງຄົມ ສຳລັບແຮງງານທີ່ໄດ້ຮັບຜົນກະທົບ, ຈະພິຈາລະນາເລື່ອນ ຫຼື ໂຈະການຈ່າຍເງິນສົມທົບຕໍ່ກອງທຶນປະກັນສັງຄົມຢ່າງເໝາະສົມ.

ນອກຈາກນັ້ນ, ຈະໄດ້ສຸມໃສ່ ການເກັບຂໍ້ມູນແຮງງານທີ່ໄດ້ຮັບຜົນກະທົບ ແລະ ກຳນົດມາດຕະການແກ້ໄຂຄວາມຫຍຸ້ງຍາກ ໂດຍສະເພາະແຮງງານນອກລະບົບປະກັນສັງຄົມທີ່ໄດ້ຮັບຜົນກະທົບ ໃນຮູບແບບອຸດໜູນປະເພດຕ່າງໆ ພ້ອມທັງຈັດສັນແຮງງານເຂົ້າສູ່ການຈ້າງງານໂດຍໄວ.

(6) ໜ່ວຍງານຊ່ວຍເຫຼືອສັງຄົມ ໄດ້ສົມທົບຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ອອກນະໂຍບາຍພາກສັງຄົມ ແລະ ປະຊາຊົນ ເຊັ່ນ: ຫຼຸດລາຄາໄຟຟ້າສະເພາະພາກທີ່ຢູ່ອາໄສ 3% ຂອງມູນຄ່າໃນບີນ, ຫຼຸດຄ່ານໍ້າປະປາລົງ 5% ໃນໄລຍະເດືອນ 5, 6 ແລະ 7 ປີ 2021 ນີ້,

ຄົ້ນຄວ້ານະໂຍບາຍດ້ານຄ່າໂທລະສັບ, ອິນເຕີເນັດ, ບໍລິການຂີ້ເຫຍື້ອ ແລະ ອື່ນໆ ເຊິ່ງຂະແໜງການກ່ຽວຂ້ອງ ຈະໄດ້ເລີ່ມປະຕິບັດມາດຕະການຜັນຂະຫຍາຍ ບາງນະໂຍບາຍໃນໄວໆນີ້.(7) ພ້ອມນີ້ ກໍຈະໄດ້ສືບຕໍ່ຄົ້ນຄວ້າບັນດາມາດຕະການຟື້ນຟູ ເສດຖະກິດໃນໜຶ່ງປີຕໍ່ໜ້າ ລວມທັງມາດຕະການໄລຍະກາງ ແລະ ຍາວ ອີກຕື່ມ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.