Breaking News

ປະເພນີກົດສົງ ໃນຍາມບຸນສົງການ

ສຶກສາຮຽນຮູ້ “ການຈັດລຽງລຳດັບກ່ອນ ແລະ ຫຼັງຕາມທຳນຽມປະເພນີຫົດສົງພຣະບາງພຸດທະລາວັນ ໃນວັນກຸດສົງການປີໃໝ່ລາວ ແມ່ນມີກະຕິກາຕ້ອງໄດ້ປະຕິບັດ”(1) ອັນດັບ 01 ແມ່ນ ປູ່ເຍີ ຍ່າເຍີ: ເມື່ອກ່ອນຕັ້ງແຕ່ສະໄໝຂຸນລໍ (ຕົ້ນກຳເນິດປະຫວັດສາດຄວາມເປັນຊາຕລາວ) ແລະ ຕາມລໍາດັບມາ, ຊາວລາວພວກເຮົາຖືຜີ ຈົນມີນະວະນິທານເລື່ອງ “ປູ່ເຍີ ຍ່າເຍີ ກັບສິງຄໍາ,ນໍ້າເຕົ້າປຸງ ແລະ ເຄືອເຂົາກາດ”, ຈິ່ງເກີດມີການສ້າງຮຸ່ນຈໍາລອງ ປູ່ເຍີ ຍ່າເຍີ ລ້ຽງສິງຄໍາໄວ້ໂຕໜຶ່ງ ເຊິ່ງເປັນໂຕແທນ ອັນເປັນສິ່ງທີ່ນັບຖືໃນສະໄໝນັ້ນ ແລະ “ປູ່ເຍີ ຍ່າເຍີ” ກໍເລີຍໄດ້ມາເປັນຜູ້ສົງພຣະບາງເປັນອັນດັບທີ່ໜຶ່ງ;(2) ອັນດັບ 02 ແມ່ນ ພຣະສົງ: ມາຮອດສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ ເພິ່ນໄດ້ນໍາເອົາພຣະບາງ ແລະ ສາສນາພຸທ ນິກາຍລັງກາວົງເຂົ້າມາປະດິດສະຖານໄວ້ໃນປະເທດເຮົາ ທໍາການລົບລ້າງລັດທິຜີສາງນາງໄມ້ ແລະ ພຣະສົງກໍເລີຍໄດ້ມາສົງພຣະບາງເປັນອັນດັບທີ່ສອງ;(3) ອັນດັບ 03 ແມ່ນ ພາມຂາວທັງແປດ: ພຣະເຈົ້າແຜ່ນດິນສະໄໝນັ້ນ, ບໍ່ວ່າຈະນອນຝັນ ຫຼື ມີລາງສັງຫອນອັນໃດອັນໜຶ່ງ ຫຼື ຈະຕັດສິນໃຈເຮັດອັນໃດລົງໄປ ກໍຕ້ອງອີງຕາມພາມທັງແປດເປັນຜູ້ທໍານາຍທາຍທັກເສຍກ່ອນ, ພາມທັງແປດຈິ່ງໄດ້ມາສົງພຣະບາງເປັນອັນດັບທີ່ສາມ;(4) ອັນດັບ 04 ແມ່ນ ການນຳ: ຝ່າຍປົກຄອງປະເທດຊາດບ້ານເມືອງ ທີ່ອີງອາໄສຂອງສາມຢ່າງດັ່ງກ່າວຂ້າງເທິງ ເປັນຖານແຫ່ງຮີດຄອງປະເພນີ ຈື່ງໄດ້ສົງພຣະບາງເປັນອັນດັບທີ່ສີ່;(5) ອັນດັບ 05 ແມ່ນຕົວແທນບັນດາເຜົ່າຊົນ, ວົງສາຄານະຍາດແຫ່ງຊາດລາວເຮົາປະກອບດ້ວຍບັນດາເຜົ່າຕ່າງໆ ປອງດອງສາມັກຄີກັນສ້າງສາບ້ານເມືອງລາວ ມີຫຼາກຫຼາຍສີສັນຂະນົບທຳນຽມປະເພນີພາສາປາກເວົ້າພາສາຂຽນແບບບູຮານ ມີພາສາຂຽນແບບປັດຈຸບັນ ມີພາສາປາເວົ້າພັດທະນາການຕາມຍຸກທີ່ທັນສະໄໝ ມີຫຼາຍຊົນຊາດຊົນເຜົ່າເໝືອນດອກໄມ້ທີ່ມີຫຼາຍສີ ແລະ ຖືກສອດຮ້ອຍປະສົມປະສານເຂົ້າເປັນພວງມາໄລໃນລູກແຄນດຽວກັນ, ດັ່ງນັ້ນຊົນເຜົ່າຕ່າງໆ ຈິ່ງໄດ້ສົງພຣະບາງເປັນອັນດັບທີ່ຫ້າ;(6) ອັນດັບທີ 06 ແມ່ນນາງສັງຂານ ລູກສາວທ້າວກະບິນລະພົມທັງເຈັດນາງ ປະຕິບັດຕາມຕຳນານກຸດສົງການປີໃໝ່ລາວ (ຍ້ອນສະພາບການລະບາດ COVID-19 ໃນສອງປີຜ່ານມາແລ້ວ ແມ່ນບໍມີການປະກວດນາງສັງຂານ ມາຮ່ວມໃນພິມີອັນມີຄວາມໝາຍສຳຄັນນີ້);(7). ອັນດັບທີ 07 ອັນດັບຫຼ້າສຸດ ແມ່ນ ປະຊາຊົນທົ່ວໆໄປ ຫຼື ໜື່ງໃນບັນດາທ່ານໆທີ່ເກືອບພາດໂອກາດ, ດັ່ງສຸພາສິດບູຮານລາວໄດ້ກ່າວໄວ້ວ່າ “ໄມ້ລໍາດຽວລ້ອມຮົ້ວບໍໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ”, ປະຊາຊົນພົນລະເມືອງທຸກຊົນຊາດຊົນເຜົາໃນປະເທດຊາດຂອງເຮົາ ພ້ອມພຽງກັນຮັກສາບ້ານເກີດເມືອງນອນ ຮັກສາດິນແດນ ຮັກສາທຸກຢ່າງທີ່ເປັນຂອງຕົນເອງ ທີ່ເປັນຂອງຊາດບ້ານເມືອງ ບໍ່ວ່າຍຸກໃດສະໄໝໃດ ແລະ ປະຕິບັດຕາມຂອງສາຍການປົກຄອງ ໄດ້ສົງພຣະບາງ.ໄຜຈະເປັນຜູ້ທ້າຍສຸດພາຍໃນປີ ຈສ 1383 ພສ 2564, ເຊິ່ງພາຍໃນເຊົ້າວັນນີ້ 19 ເມສາ 2021 ແມ່ນຈະໄດ້ມີພິທີອັງເຊີນ “ພຣະບາງພຸດທະລາວັນ” ກັບຄືນປະດິດສະຖານພາຍໃນຫໍພະບາງ ເຂດພິພິດທະພັນແຫ່ງຊາດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.