ວັນສິນ ໝາຍເຖິງວັນທີ່ຮັກສາສິນ, ລະເວັ້ນຈາກບາບ; ຄືວັນທີ່ເຂົ້າວັດເຂົ້າວ່າເຮັດບຸນສິນກິນທານ ແລ້ວປະວຽກອື່ນໄວ້ເສຍກ່ອນ.ອີກປະການຫນຶ່ງ ວັນສິນຖືເປັນວັນສຳຄັນຂອງສາສະຫນາພຸດ ເນື່ອງຈາກພະພຸດທະເຈົ້າປະສູດ, ຕັດສະຮູ້, ປະລິນິບພານກໍລ້ວນແຕ່ກົງກັບວັນສິນ.

ຄວາມເຊື່ອຂອງຄົນບູຮານໃນວັນສິນເພິ່ນວ່າຄະລຳຄືບໍ່ຄວນເຮັດໃນສິ່ງທີ່ບໍ່ຄວນເຊັ່ນ:1 ບໍ່ຄວນເຂົ້າປ່າຫາລ່າສັດເພາະການລ່າສັດຄືການທຳຜິດສິນ (ສິນຂໍ້ທຳອິດຂອງສິນຫ້າ)2 ບໍ່ຄວນເສບກາມະຄຸນໃນວັນສິນວັນພະເພາະເປັນວັນທີ່ຮັກສາສິນເຄັ່ງຄັດ.

3 ບໍ່ຄວນຕຳເຂົ້າ, ສີເຂົ້າ, ຕັດຟືນ ແລະວຽກທີ່ເປັນການສ່ຽງເຊັ່ນ ເດີນທາງໄກ, ຂຶ້ນຕົ້ນໄມ້, ເຮັດວຽກກັບສິ່ງຂອງທີ່ມີຄົມຕ່າງໆ ເພາະອາດເກີດສິ່ງບໍ່ດີຂຶ້ນ.
4 ບູຮານສອນວ່າ ”ເຈັດມື້ລ້ຽງລູກແປດມື້ປູກໂພ”
ຫມາຍເຖິງໃນເຈັດມື້ ຄືແຕ່1ຄ່ຳ-7ຄໍ່າໃຫ້ທຳມາຫາກິນຕາມປົກກະຕິ ສ່ວນມື້ທີແປດໝາຍເຖິງ 8 ຄໍ່າ ແລະ15ຄ່ຳ ໃຫ້ປູກ(ກົກ)ໂພຫມາຍເຖິງໃຫ້ເຮັດບຸນສິນກິນທານ.

ຄວາມເປັນມານັບແຕ່ສາສະຫນາພຸດເຂົ້າມາລາວນັກປາດອາຈານໄດ້ກຳນົດເອົາວັນສິນ ຫລືວັນພະໃຫ້ເປັນວັນທີ່ປະຊາຊົນຢຸດວຽກແລ້ວເຂົ້າວັດເຮັດບຸນສິນກິນທານໄປຫາຍາດພີ່ນ້ອງທີ່ຕາຍໄປ, ອະນາໄມເສຍຫຍ້າວັດ( ຂໍ້ນີ້ເພາະພິກຂຸເສຍຫຍ້າບໍ່ໄດ້ເພາະຜິດວິໄນອາດເປັນການທຳລາຍສັດໃນດິນໃຫ້ຕາຍ) ຈຶ່ງໃຫ້ອອກຕົນຍາດໂຍມໄປສາມັກຄີກັນເສຍຫຍ້າຢູ່ວັດທັງອະນາໄມວັດພໍຕອນແລງກໍໄປໄຫວ້ພະວຽນທຽນຮັກສາສິນຫມົດມື້.
ອີກຢ່າງ, ບູຮານໄດ້ກຳນົດເອົາວັນສິນໂດຍສະເພາະ 15 ຄໍ່າເປັນວັນບຸນດັ່ງຈະເຫັນວ່າບຸນເຂົ້າຈີ່ແມ່ນເດືອນສາມເພັງ, ບຸນວິສາຂະບູຊາເປັນເດືອນຫົກເພັງ, ບຸນເຂົ້າພັນສາ, ເຂົ້າປະດັບດິນ, ເຂົ້າສະຫລາກ, ອອກພັນສາ, ບຸນກະຖິນ, ບຸນທາດຫລວງທັງຫມົດນັ້ນລ້ວນແຕ່ເປັນວັນສິນຫມົດ.

ໃນທາງສັງຄົມແລ້ວ, ການທີ່ບໍ່ອອກໄປທຳມາຫາກິນ ຫລືອອກແຮງງານໃນມື້ວັນສິນວັນພະ ເນື່ອງຈາກສະໄຫມກ່ອນພວກເຮົາບໍ່ມີການກຳນົດໃຫ້ມີມື້ວັນເສົາ-ອາທິດເປັນວັນພັກຄືປັດຈຸບັນ ເພິ່ນກໍເລີຍຫມາຍເອົາວັນສິນເປັນມື້ພັກຈາກການອອກແຮງງານ ແລະເປັນກຳນົດຫມາຍໃຫ້ຜູ້ຄົນພາຍໃນບ້ານມາໂຮມໂຕກັນເພື່ອເຮັດກິດຈະກຳທະນຸບຳລຸງພຸດທະສາສະຫນາ,ຟັງເທດຟັງທຳອັນຫມາຍເຖິງການອົບຮົມບົ່ມສອນກັນໃຫ້ປະພຶດແຕ່ສິ່ງດີງາມນັ້ນເອງ.

ຂອບໃຈຂໍ້ມູນຈາກ: ພຣະບຸນທະວີ ກົມພະພັນ, ກິນທີ່ນີ້, ທ່ຽວທີ່ນີ້(乐在老挝)