

ຊົມເຊີຍຜົນສຳເລັດ “ກຸ່ມບໍລິສັດກໍ່ສ້າງຂົວທາງລົດໄຟຈີນເລກທີ 15 ຈໍາກັດ ສຳເລັດໂຄງການຜະລິດໝອນຮອງລາງທີ່ສະໜອງໃຫ້ໂຄງການທາງລົດໄຟ ລາວ-ຈີນ.”1. ໝອນຮອງລາງທ່ອນສຸດທ້າຍ ໄດ້ອອກແບບພິມ ແລະ ເຂົ້າສາງໃນຕອນເຊົ້າວັນທີ 18 ເມສາ 2021, ໂດຍໃຊ້ເວລາໃນການຜະລິດລວມທັງໝົດ 567 ມື້, 2. ບໍລິສັດໄດ້ຈັດພິທີສະຫລຸບໂຄງການໃນຕອນແລງວັນດຽວກັນ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, 3. ໂຮງງານຜະລິດຊິ້ນສ່ວນປະກອບທາງລົດໄຟ ບໍ່ເຕ່ນ-ນະຄອນຫລວງວຽງຈັນ ຂອງກຸ່ມບໍລິສັດກໍ່ສ້າງຂົວທາງລົດໄຟຈີນ ເລກທີ 15 ຈໍາກັດ ຕັ້ງຢູ່ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ, 4. ເປັນຜູ້ຮັບຜິດຊອບວຽກໝອນຮອງລາງທັງໝົດ 801.257 ທ່ອນ ແລະ ໝອນສັບລາງ 259 ຊຸດ, 5. ປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງຕັ້ງໜ້າ ແລະ ໄດ້ສ້າງວຽກເຮັດໃຫ້ແກ່ຄົນລາວ ເປັນຈໍານວນຫລວງຫລາຍ, 6. ອັດຕາສ່ວນຂອງພະນັກງານຄົນລາວເຮັດວຽກ ຢູ່ສາຍການຜະລິດສູງກວມ 90%,7. ທາງລົດໄຟລາວ-ຈີນ ແມ່ນທາງລົດໄຟ ລະຫວ່າງ ປະເທດລາວ ແລະ ປະເທດຈີນ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງທາງລົດໄຟທົ່ວທະວີບອາຊີ (Trans-Asian Railway), 8. ຈະເຊື່ອມຕໍ່ທາງລົດໄຟ ຂອງປະເທດໄທ, ປະເທດມາເລເຊຍ ແລະ ປະເທດອື່ນໆ ໃນອະນາຄົດ, ເປັນການປະກອບສ່ວນເຂົ້າໃນການຫັນປ່ຽນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ(land-locked country) ໄປສູ່ປະເທດເຊື່ອມໂຍງເຊື່ອມຈອດ (land-linked country).

