ຊົມເຊີຍ! ວັນທີ 12 ພຶດສະພາ ວັນພະຍາບານສາກົນ

ໂດຍວັນທີ 12 ພຶດສະພາ ຂອງທຸກໆປີ ສະພາການພະຍາບານສາກົນໄດ້ກຳນົດເອົາເປັນ ວັນພະຍາບານສາກົນ ເພື່ອສະແດງເຖິງຄຸນງາມຄວາມດີຂອງ

ນາງ ຟລໍເຣັນ ໄນຕິງເກວ ຜູ້ເຮັດໃຫ້ເກີດວິຊາຊີບພະຍາບານ ແລະ ເຮັດໃຫ້ພະຍາບານໄດ້ຮັບຮູ້ແລະພັດທະນາວິຊາຊີບຕົນເອງ

ສຳລັບປີນີ້, ຖືວ່າເປັນປີທີ່ບັນດາທ່ານຕ້ອງເຮັດວຽກຫນັກເປັນພິເສດ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19,

ດັ່ງນັ້ນ ອິນໄຊລາວ ຂໍອວຍພອນໃຫ້ທຸກທ່ານທີ່ມີອາຊີບພະຍາບານມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ
