ພາກພູມໃຈ “ວັນນີ້ 12 ພຶດສະພາ 2021, ໄດ້ມີຄົນອອກໂຮງໝໍ – (31) ກໍລະນີ ໃໝ່ (ນະຄອນຫຼວງວຽງຈັນ) ແລະ ຮ່ວມສະແດງຄວາມຊົມເຊີຍ ແລະ ຍີນດີກັບທີມແພດໂຮງໝໍເສດຖາທິຣາດ ທີ່ສາມາດປິ່ນປົວຜູ້ຕິດເຊື້ອ COVID-19 ອີກຮອບໃໝ່ຈຳນວນ – (18) ຄົນ ແລະ ຂໍໃຫ້ພວກທ່ານກັບບ້ານສືບຕໍ່ກັກຕົວເອງ 14 ວັນ ໃສ່ Mask ລ້າງມືທຸກຄັ້ງເມື່ອສຳຜັດ ເວັ້ນໄລຍະຫ່າງທາງສັງຄົມ ແລະ ປະຕິບັດຄຳສັ່ງຂອງແພດໝໍຢ່າງເຄັ່ງຄັດ.”

1. ພ້ອມດຽວກັນນິ້, ພວກເຮົາຈະເປັນກຳລັງໃຈໃຫ້ພວກທ່ານ ສຳລັບແພດໝໍທັງ 05 ຄົນທີ່ປະຕິບັດໜ້າທີ່ສຳລັດສືບຕໍ່ປະຕິບັດກັກຕົວເອງອີກ 14 ວັນ (ກຽມກັບບ້ານຫາຄອບຄົວ),

2. ພວກເຮົາຈະສັງເກດເຫັນວ່າ “ໄລຍະຜ່ານມາ, ພາຍໃນນະຄອນຫຼວງວຽງຈັນ ມີຂ່າວພຽງແຕ່ໂຮງໝໍເສດຖາທິຣາດ ມີຜົນສຳເລັດການປີ່ນປົວທຸກໆວັນ, ຍ້ອນວ່າຖືກຈັດໃຫ້ເປັນສະຖານທີ່ປິ່ນປົວຄົນປ່ວຍ COVID-19 ຜູ້ທີ່ມີອາການເບົາບາງ ແລະ ກຽມຈະອອກຈາກໂຮງໝໍແລ້ວ” ແລະ ອີກຢ່າງໜື່ງຊົມເຊີຍໜ່ວຍງານຂ່າວສານໂຮງໝໍນີ້ ເຮັດວຽກອັບເດດຂໍ້ມູນຂ່າວສານຢ່າງເປັນທາງການໄດ້ດີຫຼາຍ,

3. ກໍນະນີໂຮງໝໍທີ່ຮັບຜູ້ປ່ວຍສຸດເສີນ ແລະ ອາການໜັກ (ຂັ້ນສີແດງ ຫຼື ຮຸນແຮງ) ແມ່ນຈັດໃຫ້ຢູ່ໂຮງໝໍ 150 ຕຽງ ແລະ ໂຮງໝໍກອງທັບ 103,

4. ສຸດທ້າຍນີ້, ຂໍຂອບໃຈທີມງານແພດທຸກໆໂຮງໝໍ ທີ່ໄດ້ເອົາໃຈໄສ່ປິ່ນປົວຄົນເຈັບພາຍໃນຄວາມຮັບຜິດຊອບຂອງຕົນຕາມໜ້າທີ່ ແລະ ຈັນຍາທັມອັນສູງສົ່ງ (ທັງທີມແພດ, ທີມນັກວິໃຈກວດສອບຢັ້ງຢືນການຕິດຫຼືບໍຕິດພະຍາດ, ທິມງານອາສາກູ້ໄພ, ທີມງານ ປກສ ແລະ ປກຊ ພ້ອມດ້ວຍປະຊາຊົນພ້ອມໃຈກັນຢູ່ບ້ານເພື່ອຊາດ ໃຫ້ສາມາດປົດລອກດາວປະເທດລາວ ໄດ້ພາຍໃນວັນທີ 20 ພຶດສະພາ 2021).