ຄົນຂັບລົດຮັບສາລະພາບວ່າ ເຮັດຄົນດຽວ ບໍ່ກ່ຽວກັບໃຜແຕ່ເຈົ້າໜ້າທີ່ເຊື່ອ ອາດມີຜູ້ມີອິທິພົນຢູ່ເບື້ອງຫຼັງ
ອັບເດດຄະດີຢາບ້າ4ລ້ານເມັດ! ເຈົ້າທີ່ຕຳຫລວດໜອງຄາຍ ເປີດເຜີຍ ຄົນຂັບລົດຂົນສົ່ງ ແມ່ນ ທ້າວ ປະສິດ ປັນພູມ ອາຍຸ 53 ປີ ຮັບສາລະພາບວ່າແມ່ນຕົນເອງ ເປັນຜູ້ກະທຳຜິດ.

ເພາະມີໝູ່ແນະນຳ ແລະ ຊັກຊວນໃຫ້ເຮັດ ເຊິ່ງໝູ່ຄົນດັ່ງກ່າວ ໄດ້ຖືກຈັບດົນແລ້ວຕອນນີ້ ຢູ່ໃນຄຸກ
ຕອນດຳເນີນການແມ່ນຕົນເອງໄດ້ປົດ GPS ອອກກ່ອນຈຶ່ງດຳເນີນເພື່ອບໍ່ໃຫ້ ບໍລິສັດເຫັນການເຄື່ອນໄຫວ
ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ສືບສວນ-ສອບສວນ ຈະເລັ່ງຂະຫຍາຍຜົນຄາດວ່າຈະສາມາດຈັບເຄືອຂ່າຍຜູ້ມີສ່ວນຮ່ວມຫຼາຍຄົນໃນການເຄື່ອນໄຫວຄັ້ງນີ້

ລວມຄົນຢູ່ລາວ ແລະ ໄທ ຄົນມີອິດທິພົນເຂົ້າມາແຊກຊື່ມນຳຂະບວນການ
