ຜູ້ຊາຍເຮັດວຽກຫາເງິນຢ່າງດຽວ ຖືກຍົກຍ້ອງວ່າດີ ແຕ່ຜູ້ຍິງເຮັດວຽກທຸກຢ່າງ ແທນທີ່ສິຖືກຍ້ອງວ່າດີ ພັດເອີ້ນວ່າ ” ໜ້າທີ່.

ໃຊ້ກັບຍຸກກ່ອນໄດ້ ແຕ່ບໍ່ຄວນໃຊ້ກັບຍຸກນີ້ ຜູ້ຊາຍຈົ່ງຮັບຮູ້ນັບແຕ່ມື້ນີ້ເປັນຕົ້ນໄປ ແລະ ເຂົ້າໃຈຜູ້ຍິງໄດ້ແລ້ວ ນີ້ມັນຍຸກ 2021 ຜູ້ຍິງຍຸກນີ້ ເຂົາກະເຮັດວຽກ ຫາເງິນຄືກັນກັບຜູ້ຊາຍຫມົດແລ້ວ ຖືວ່າສິດເທົ່າທຽມກັນ…
ສ່ວນວຽກໃນເຮືອນ ກະບໍ່ແມ່ນໜ້າທີ່ທັງຊາຍ ແລະ ຍິງອີກຕໍ່ໄປ… ເພາະຄວນເປັນວຽກ ທີ່ຕ້ອງຮັບຜິດຊອບຊ່ວຍກັນ ຈະຍຸດຕິທຳທີ່ສຸດ ຜູ້ຍິງບາງຄົນມີວຽກເຮັດເປັນຫລັກແລ້ວ ຍັງຫາລາຍໄດ້ເພີ່ມຫລາຍທາງເພື່ອແບ່ງເບົາພາລະຄອບຄົວ

ຖ້າເປັນມະນຸດແມ່ ຍິ່ງຕ້ອງກັບບ້ານໄວ ເບິ່ງລູກ ເຮັດວຽກເຮືອນ ບົວລະບັດຜົວ ສະຫລຸບແລ້ວແທບຈະບໍ່ມີເວລາດູແລໂຕເອງ ມີເວລານອນກະບຸນຫົວແລ້ວ ຖືພາວ່າໜັກແລ້ວ ຫລັງເກີດລູກໜັກກວ່າອີກ … ( ຊ່ວງນີ້ ຄືຊ່ວງເວລາທີ່ໂຫດ ແລະ ສາຫັດສຸດໃນຊີວິດຜູ້ຍິງ ອົດທົນ ຫ້າມເຈັບຫ້າມປ່ວຍ ນີ້ລະມະນຸດແມ່ ) ບໍ່ແປກໃຈ ແລະ ເຂົ້າໃຈຊັດເຈນເລີຍ …
ທີ່ຜູ້ຍິງບາງຄົນເອົາຜົວແລ້ວຄວາມງາມລົດລົງ ເພາະຫນ້າທີ່ເພີ່ມຂື້ນນັ້ນເອງ ( ສູນລວມວຽກບ້ານຈະ ຕ້ອງເປັນທຸກຢ່າງ ບໍ່ເປັນກະຕ້ອງເປັນ ) ບໍ່ແປກໃຈເລີຍ ທີ່ຜູ້ຍິງເຮັດວຽກເກັ່ງ ຫາເງິນເກັ່ງຫລາຍຄົນ ຈຶ່ງບໍ່ທັນຢາກໃຊ້ຊີວິດຄູ່ ເພາະຊີວິດຄູ່ ບາງຄູ່ກະບໍ່ໄດ້ສວຍຫຣູຄືໃນໜັງ ຜູ້ຍິງຍຸກນີ້ ບໍ່ໄດ້ຕ້ອງການຜູ້ຊາຍທີ່ເອົາໃຈຫລາຍດອກ ເຂົາແຄ່ຕ້ອງການ ຜູ້ຊາຍທີ່ຮັບຟັງ ແລະ ເຂົ້າໃຈຫລາຍກວ່າ.
ເລື່ອງງ່າຍໆທີ່ຜູ້ຊາຍບໍ່ຮູ້ ຫຼື ບໍ່ຍອມເຂົ້າໃຈ ສີ່ງທີ່ຜູ້ຊາຍບາງຄົນເຮັດບໍ່ໄດ້ ແຕ່ຄົນທີ່ເປັນແມ່ເຮັດໄດ້ໂດຍບໍ່ໄດ້ບົ່ນຫຍັງເລີຍ ເຮັດທຸກຢ່າງເພື່ອລູກ