Breaking News

ອົງການອະນາໄມໂລກ ປະກາດ ໂຄວິດສາຍພັນອິນເດຍ ເປັນສາຍພັນໜ້າກັງວົນ

ອົງການອະນາໄມໂລກ ປະກາດ ໂຄວິດສາຍພັນອິນເດຍ ເປັນສາຍພັນໜ້າກັງວົນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ພຶດສະພາ 2021 ວ່າ ທ່ານ ດຣ. ນາງ ມາເຣຍ ຟານເຄີກໂຮຟ ຫົວໜ້າໜ່ວຍງານໂຣກອຸບາດໃໝ່ຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ:

ເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19 ສາຍພັນ B1617 ເຊິ່ງມີການກາຍພັນຊ້ຳຊ້ອນໃນຕຳແໜ່ງສຳຄັນຂອງໜາມໂປຣຕີນ ທີ່ເຊື້ອໄວຣັສໃຊ້ເກາະກັບເຊລໃນຮ່າງກາຍຂອງມະນຸດຈັດເປັນສາຍພັນທີ່ໜ້າກັງວົນ ຫຼື ໜ້າເປັນຫ່ວງ.

ທັງນີ້ ສາຍພັນ B1617 ນັບເປັນເຊື້ອໄວຣັສກາຍພັນລາຍການທີ 4 ເຊິ່ງ WHO ໄດ້ຈັດເຂົ້າກຸ່ມຕໍ່ຈາກສາຍພັນ B117 ທີ່ກວດພົບຄັ້ງທຳອິດໃນສະຫະຣາຊະອານາຈັກ, B11281 ຫຼື P1 ກວດພົບຄັ້ງທຳອິດໃນບຣາຊິນ ແລະ B1351 ກວດພົບຄັ້ງທຳອິດໃນອາຟຣິກກາໃຕ້.

ທ່ານ ດຣ.ນາງ ມາເຣຍ ຟານເຄີກໂຮຟ ກ່າວວ່າ: ສາຍພັນ B1617 ເປັນສາຍພັນທີ່ໜ້າວິຕົກກັງວົນໃນລະດັບໂລກ ໂດຍຜົນການສຶກສາຄົ້ນຄວ້າຂອງສະຖາບັນວິໄຈຫຼາຍແຫ່ງ ພົບວ່າ ເຊື້ອດັ່ງກ່າວ “ມີອັດຕາການແຜ່ກະຈາຍງ່າຍ ແລະ ໄວຂຶ້ນ”.

ແນວໃດກໍຕາມ WHO ມີຄວາມເຫັນວ່າ ຍັງບໍ່ຄວນດ່ວນສະຫຼຸບວ່າ ເຊື້ອໄວຣັສ ທັງ 4 ສາຍພັນດັ່ງກ່າວຈະສົ່ງຜົນກະທົບຕໍ່ການເຮັດໜ້າທີ່ຂອງແອນຕີບໍດີໃນຮ່າງກາຍຂອງມະນຸດ ແລະ ວັກແຊັງທີ່ນຳໃຊ້ໃນປັດຈຸບັນມີປະສິດທິພາບພຽງພໍໃນການຫຼຸດອັດຕາການຕິດເຊື້ອ ແລະ ຫຼຸດອັດຕາການເສຍຊີວິດຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.