Breaking News

ຮູ້ຈັກຢາວັກຊີນ AstraZeneca ເປັນຫຍັງຫຼາຍປະເທດໃນເອີຣົບຢຸດການໃຫ້ວັກຊີນຊະນິດນີ້ຊົ່ວຄາວ

ໃນກໍລະນີ ເກີດມີຂ່າວກ່ຽວກັບການສັກວັກຊີນ ຊະນິດ AstraZeneca ແລ້ວເກີດມີການເສຍຊີວິດ ຢູ່ໃນປະເທດເອີຣົບ ແລະ ຫລາຍປະເທດ ເຮັດໃຫ້ຢຸດການໃຫ້ວັກຊີນຊະນິດດັ່ງກ່າວ

ຄວາມກັງວົນດັ່ງກ່າວສົ່ງຜົນໃຫ້ປະເທດເຢຍລະມັນ ຝຣັ່ງ ເນເທີແລນ ແລະ ການາດາ ອອກປະກາດໃຫ້ໃຊ້ວັກຊີນ AstraZeneca ກັບຜູ້ສູງອາຍຸເທົ່ານັ້ນໂດຍຢູ່ປະເທດເຢຍລະມັນມີລາຍງານພົບການອັດຕັນເລືອດດໍາກ້າມໃນສະໝອງ 31 ຄົນ ແລະ ເສຍຊີວິດ 9 ຄົນຈາກທັງໝົດ 2.7 ລ້ານຄົນ ທີ່ໄດ້ຮັບວັກຊີນໂດຍສ່ວນໃຫຍ່ ແມ່ນເປັນເພດຍິງອາຍຸນ້ອຍ ແລະ ຍິງ ໄວກາງຄົນ.

ແຕ່ຜ່ານການກວດສອບ ແລະ ວິນິດໄສ ຈາກອົງການອານາໄມໂລກ ໄດ້ອອກມາຢືນຢັນວ່າ ການເສຍຊີວິດດັ່ງກ່າວ ແມ່ນບໍ່ກ່ຽວກັບການຊັກວັກຊີນ AstraZeneca ເຊິ່ງສາເຫດການເສຍຊີວິດແມ່ນຍ້ອນ ພະຍາດເສັ້ນເລືອດດຳອຸດຕັນສະໝອງ ທີ່ຄົນເຈັບມີພະຍາດປະຈຳໂຕຢູ່ແລ້ວ ເຊິ່ງມາຮອດປັດຈຸບັນ ຫລາຍປະເທດ ທີ່ຢຸດການໃຫ້ວັກຊີນ AstraZeneca ກໍເລີ່ມກັບມານຳໃຊ້ວັກຊີນຊະນິດນີ້ອີກຄັ້ງ

ວັກຊີນ AstraZeneca ເປັນວັກຊີນສັນຊາດ ອັງກິດ ຂອງ Oxford, ສັກມາແລ້ວ 91 ປະເທດ ຢາຍໄປ 20ລ້ານ ກວ່າໂດສ ແລະເປັນຢາທີ່ໄດ້ຮັບຮອງຈາກ World Health Organization (WHO)

ທີ່ຫລາຍຄົນທີ່ມີຜົນຂ້າງຄຽງແບບຮຸນແຮງ ທີ່ເຮົາເຫັນໃນຂ່າວ ເຊັ່ນ: ລິ້ມເລືອດອຸດຕັນ, ອາການອຳມະພຶກ ຕ່າງໆ … ແມ່ນມີອັດຕາສ່ວນບໍ່ຮອດ 0.1% ພົບໄດ້ປະມານ 1 ຄົນໃນ 250.000 ຄົນ ທີ່ມີຜົນຂ້າງຄຽງແບບຮຸນແຮງ ແລະ ໃນຂະນະດຽວກັນ ແມ່ນເຮົາບໍ່ຮູ້ປະຫວັດບັນຫາສຸຂະພາບເຂົາ ວ່າມີພະຍາດປະຈຳໂຕມາກ່ອນຫລືບໍ. ເຖິງຢ່າງໃດກໍ່ຕາມ, ການສັກຢາກໍ່ບໍ່ແມ່ນເພື່ອການປິ່ນປົວໃຫ້ຫາຍຂາດ ແຕ່ມັນຊ່ວຍໃຫ້ພູມຄຸ້ມກັນເຮົາແຂງແຮງຄຸ້ນເຄີຍກັບພະຍາດດັ່ງກ່າວ ແລະຮັບມືໄດ້ທັນ.

ເມື່ອວັນສຸກ ທີ 7 ພຶດສະພາ​ 2021 ເຢຍລະມັນ ກຽມຜ່ອນຜັນຂໍ້ຈຳກັດການນໍາໃຊ້ວັກຊິນ Astrazeneca ເຊີງກ່ອນໜ້ານີ້ມີການລະງັບໃຊ້

ລັດຖະບານເຢຍລະມັນ ອະນຸຍາດໃຫ້ປະຊາຊົນອາຍຸຕໍ່າກວ່າ 60 ປີ ສາມາດສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ/ອັອກຟອດ ທ່ານເຢນສ໌ ສະພານ (Jens Spahn) ລັດຖະມົນຕີກະຊວງສາທາລະນະສຸກເຢຍລະມັນ ກ່າວເມື່ອວັນພະຫັດ ຜ່ານມາ ກ່ຽວກັບຜົນການປະຊຸມກັບກັບໜ່ວຍງານດ້ານສາທາລະນະສຸກ 16 ລັດ ກ່ຽວກັບໂຄງການສັກວັກແຊັງປ້ອງກັນໂຄວິດ-19 ໃນປະເທດ ແລະ ມີມະຕິຕົກລົງຮ່ວມກັນໃຫ້ຍົກເລີກຂໍ້ຈຳກັດການສັກວັກແຊັງແອສຕຣາເຊເນກາ (AstraZeneca / Oxford) ໝາຍຄວາມວ່າ ປະຊາຊົນທີ່ມີອາຍຸຕໍ່າ ກວ່າ 60 ປີ ສາມາດເລືອກສັກວັກແຊັງຍີ່ຫໍ້ດັ່ງກ່າວເປັນຕົ້ນໄປ.

ຂະນະດຽວກັນ, ການສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ ບໍ່ຈຳເປັນຕ້ອງເວັ້ນໄລຍະຫ່າງດົນເຖິງ 12 ອາທິດລະຫວ່າງຄັ້ງທຳອິດ ແລະ ຄັ້ງທີສອງ ໂດຍຜູ້ທີ່ສັກຄັ້ງທຳອິດ ສາມາດໄດ້ສັກຄັ້ງທີ 2 ພາຍໃນໄລຍະ 4 ອາທິດ.

ຢ່າງໃດກໍ່ຕາມ, ແນວທາງດັ່ງກ່າວຍັງຕ້ອງໄດ້ຮັບການອະນຸມັດອີກຄັ້ງ ແຕ່ການຜ່ານມະຕິໃນຄັ້ງນີ້ ເກີດຂຶ້ນໂດຍມີສຽງວິພາກວິຈານຈາກຫຼາຍຝ່າຍສຳລັບໂຄການສັກວັກແຊັງໃນເຢຍລະມັນວ່າ “ມີຄວາມຫຼ້າຊ້າ” ແຕ່ລັດຖະບານເຢຍລະມັນກຽມຜ່ອນຄາຍມາດຕະການຄວບຄຸມທາງສັງຄົມສຳລັບປະຊາຊົນທີ່ໄດ້ວັກແຊັງຄົບ 2 ເຂັມແລ້ວ.

ສຳລັບປະເທດນໍເວ ເມື່ອວັນທີ່ 10/05/2021 ຜູ້ຊຽວຊານຍັງແນະນຳໃຫ້ເລີກໃຊ້ວັກຊີນ AstraZeneca ຢູ່ ຢ້ານມີຜົນຂ້າງຄຽງສູງ ທັງນີ້ແຕ່ກາງເດືອນມີນາຈາກທີ່ການສີດວັກຊີນ AstraZeneca ໄປແລ້ວ 134,000 ໂດສ ມີລາຍງານກໍລະນີຜູ້ປ່ວຍພາວະລິ້ມເລືອດອຸດຕັນຢ່າງຮຸນແຮງ 5ຄົນ ໂດຍເປັນການລາຍງານທີ່ເກີດໃນຄົນຫນຸ່ມສາວ, ເປັນຜູ້ມີສຸຂະພາບແຂງແຮງດີ ແລະ ມີຜູ້ໄດ້ຮັບວັກຊີນເສຍຊີວິດຈາກການເກີດພາວະເລືອດອອກໃນສະຫມອງ, ຜູ້ຊຽວຊານປະເທດນໍເວຍັງໄດ້ກ່າວອີກວ່າ ເຖີງເປັນເປີເຊັນທີ່ນ້ອຍທີ່ໄດ້ຮັບຜົນຂ້າງຄຽງ ແລະ ເສຍຊິວີດຈາກການຊັກຢາວັກຊີນຊະນິດນີ້ ແຕ່ກໍ່ຈະບໍ່ໃຫ້ເກີດຂື້ນກັບປະຊາກອນຂອງຕົນແມ້ແຕ່ຄົນດຽວຈື່ງຈຳເປັນລະງັບວັກຊີນ AstraZeneca ແບບຊົວຄາວ. ສ່ວນລັດຖະບານປະເທດນໍເວ ໄດ້ຈັດຕັ້ງຄະນະງານຜູ້ຊຽວຊານຂື້ນເພື່ອກວດສອບຄວາມສ່ຽງທີ່ກ່ຽງຂ້ອງກັບ AstraZeneca.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.