ໃນຂອງວັນທີ 6 ພຶດສະພາ 2021 ນີ້, ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ໄດ້ນໍາເອົາເຮືອລາດຕະເວນຈໍານວນ 5 ລໍາ ທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນຈີນ ມອບໃຫ້ ກອງບັນຊາການທະຫານນະຄອນຫຼວງວຽງຈັນ

ຢູ່ທີ່ທ່າເຮືອດ່ານປະເພນີ ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ກວດກາລາດຕະເວນ ລຽບຕາມຊາຍແດນແມ່ນໍ້າຂອງ.ໂດຍການກ່າວມອບຂອງ ສະຫາຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ແລະ ກ່າວຮັບຂອງ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ,
ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສະຫາຍ ພັນເອກ ບຸນວານ ພົມມະວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງຂັ້ນເທິງທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຮືອຈໍານວນດັ່ງກ່າວໄປມອບຕໍ່ໃຫ້ແກ່ກອງຮ້ອຍທະຫານຊາຍແດນ 241, 242,243,244 ແລະ 245 ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດສູງສຸດ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ໂດຍສະເພາະແມ່ນນໍາໃຊ້ເຂົ້າໃນການກວດກາລາດຕະເວນ
ເພື່ອສະກັດກັ້ນ ບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ສວາຍໂອກາດລັກລອບເຂົ້າເມືອງ ຢູ່ຕາມຂອບເຂດບໍລິເວນຊາຍແດນ ແບບບໍ່ຖືກຕ້ອງຢ່າງເດັດຂາດ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍເປັນຢ່າງດີ, ບົນພື້ນຖານແມ່ນແນໃສ່ໃນການເຮັດໜ້າທີ່ປ້ອງກັນ,ຄວບຄຸມ,ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມງວດຍິ່ງຂຶ້ນ ເພື່ອຮັບປະກັນການແຜ່ລະບາດຂອງເຊື້້ອພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.