Breaking News

ຄົນດຽວໃນລາວ! ຜູ້ປ່ຽນຂໍທານກວ່າ400ຄົນໃຫ້ເປັນຄົນມີອາຊີບ

ຄົນດຽວໃນລາວ! ຜູ້ປ່ຽນຂໍທານກວ່າ400ຄົນໃຫ້ເປັນຄົນມີອາຊີບ

..

ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ຜູ້ປ່ຽນຂໍທານກວ່າ 400ຄົນ ໃຫ້ມີອາຊີບ, ຮູ້ອອກແຮງງານຜະລິດ ຈົນຊີວິດດີຂຶ້ນ

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ (ນັກພັດທະນາດີເດັ່ນແຫ່ງຊາດ) ກັບ ໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປົ້າໝາຍຫລັກຂອງໂຄງການເພື່ອຫັນປ່ຽນການດໍາລົງຊີວິດຂອງປະຊາຊົນທີ່ ‘ຂໍທານ’ ເປັນອາຊີບຫາກິນ ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່, ຮູ້ເຮັດການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.

ເປົ້າໝາຍເກົ່າ 27 ຄອບຄົວ ເພີ່ມຂຶ້ນອີກ 50 ຄອບຄົວ, ລວມທັງໝົດເປັນ 77 ຄອບຄົວ, 482 ຄົນການຈັດຕັ້ງປະຕິບັດສອງໂຄງການ

..

ລວມໄລຍະເວລາທັງໝົດ 3 ປີກວ່າ(01 ມັງກອນ 2016 ເຖິງ 30 ກຸມພາ 2019) ໂດຍໄດ້ຄົ້ນຄວ້າ, ຊົດເຊີຍເອົາດິນຈາກປະຊາຊົນ 48ເຮັກຕາກວ່າ

ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນໃນເປົ້າໝາຍ ນຳໃຊ້ສືບທອດໄດ້ (ແຕ່ຫ້າມຊື້ຂາຍ ພ້ອມນີ້, ຍັງໄດ້ຊ່ວຍປັບປຸງ ດ້ານວຽກງານການສຶກສາ, ສາທາລະນະສຸກ,

ວຽກສະຫວັດດີການສັງຄົມ ແລະ ສາສະໜາ ຕື່ມອີກ. (ສະລຸບຕີລາຄາຄືນໃນກອງປະຊຸມ ວັນທີ 15 ກັນຍາ 2022)

ທີ່ມາ: ຂປລ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.